ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ທີ່ເປັນຜູ້ ແທນສົມບູນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນຳໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະ ການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງປະທານ ໄກສອນ ພົມວິຫານ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນວັນທີ 27 ພຶດສະພານີ້, ເນື່ອງໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄະນະ ໂຄສະນາອົບຮົມສູນກາງພັກ.
ການເຂົ້າວາງກະຕ່າດອກໄມ້ ຂອງບັນດາຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະ ໜ່ວຍພັກ ແລະ ສະມາຊິກພັກ ຄອສພ ຄັ້ງນີ້, ເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ທີ່ໄດ້ສຸມເຫື່ອແຮງ, ສະຕິປັນຍາເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດຕໍ່ສູ້ຕ້ານການຮຸກຮານ ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພາຍຫຼັງສະຖາປະນາ ສປປ ລາວ, ປະທານ ໄກສອນ ພົມວິຫານ ຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມ ແລະ ຊອກຫາແນວທາງການ ປ່ຽນແປງໃໝ່ ເພື່ອນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ແລະ ບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດແມ່ນຍິ່ງໃຫຍ່ທີ່ສຸດ. ໃນນີ້, ປະທານ ໄກສອນ ພົມວິຫານ ແມ່ນໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ, ຊຶ່ງຜົນງານ ແລະ ຄຸນງາມດີຂອງ ເພິ່ນໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.
ຂ່າວ-ພາບ: ສຳນານ

