ເສຍຊີວິດ 3 ຄົນຈາກອຸບັດເຫດຢູ່ເມືອງຊານໄຊ ໃນໄລຍະ 5 ເດືອນຕົ້ນປີ

ເສຍຊີວິດ 3 ຄົນຈາກອຸບັດເຫດຢູ່ເມືອງຊານໄຊ ໃນໄລຍະ 5 ເດືອນຕົ້ນປີ

ໃນໄລຍະ 5 ເດືອນຕົ້ນປີ 2026 ນີ້, ເມືອງຊານໄຊ ແຂວງອັດຈະປື ມີຜູ້ຊີວິດ 3 ຄົນຈາກອຸບັດເຫດທີ່ເກີດຂຶ້ນທັງໝົດ 27 ເລື່ອງ, ນອກນັ້ນມີຜູ້ໄດ້ຮັບບາດເຈັບ ທັງໝົດ 36 ຄົນ (ຍິງ 4 ຄົນ) ແລະ ພາຫະນະເປ່ເພ ທັງ​ໝົດ 41 ຄັນ.

ຈຸດສ່ຽງທີ່ເກີດອຸບັດເຫດເລື້ອຍໆແມ່ນຢູ່ເສັ້ນທາງເລກທີ 9001 ເລີ່ມແຕ່ຈຸດປະຕູໂຂງ ຫາ ຄ້ອຍຕາດຈໍ ບ້ານວັງໄຊ ແລະ ເສັ້ນທາງແຕ່ສາມ​ແຍກລູກສອນໄຟ ໄປຫາ ເຂື່ອນເຊກະໝານ, ເຊິ່ງກຸ່ມເປົ້າໝາຍທີ່ເກີດອຸບັດ ເຫດສ່ວນຫຼາຍ ແມ່ນຢູ່ໃນເກນອາຍຸແຕ່ 17 ປີ-45 ປີ.

ທີ່ມາແຫຼ່ງຂໍ້ມູນ: ກອງບັນຊາການປ້ອງ ກັນຄວາມສະຫງົບ ເມືອງຊານໄຊ ແຂວງອັດ​ຕະປື​

Related Articles

Leave a Reply