ໜັງສືພິມພາສາຕ່າງປະເທດ (ວຽງຈັນທາຍ) ໄດ້ເປີດລະບົບຮັບການຊໍາລະອອນລາຍຜ່ານເວບ ໄຊຢ່າງເປັນທາງການ ທັງເປັນການສະເຫຼີມສະຫຼອງໜັງສືພິມວຽງຈັນທາຍ ຄົບຮອບ 27 ປີ (7 ເມສາ 1994 -7 ເມສາ 2021) ໃນຕອນເຊົ້າຂອງວັນທີ 9 ເມສາ 2021 ນີ້ທີ່ສໍານັກງານໜັງສືພິມພາສາຕ່າງປະເທດ, ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານດາວວອນ ພະຈັນທະວົງ ຮອງປະທານ, ຜູ້ປະຈໍາການ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີຜູ້ຕາງໜ້າບໍລິສັດເບຍລາວຈໍາກັດ, ຕາງໜ້າທະນາຄານການຄ້າຕ່າງປະເທດ ມະຫາຊົນ, ແຂກທີ່ຖືກເຊີນ ແລະ ທ່ານທອງຫລໍ່ ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ໜັງສືພິມວຽງຈັນທາຍພ້ອມດ້ວຍຄະນະ ແລະ ພະນັກງານໜັງສືພິມພາສາຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ການຊໍາລະອອນລາຍຜ່ານເວບໄຊນີ້ເປັນໂຄງການຮ່ວມມື ລະຫວ່າງໜັງສືພິມວຽງຈັນທາຍ ແລະ ທະນາຄານການຄ້າຕ່າງປະເທດ ມະຫາຊົນ.
