ວັນທີ 9 ມີນາ 2026 ເປັນວັນພັກຊົດເຊີຍວັນແມ່ຍິງສາກົນ

ວັນທີ 9 ມີນາ 2026 ເປັນວັນພັກຊົດເຊີຍວັນແມ່ຍິງສາກົນ

ເພື່ອໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ໃນການສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2026 ຄົບຮອບ 116 ປີ ປີນີ້, ທາງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແມ່ນໄດ້ກຳນົດເອົາວັນທີ ວັນທີ 9 ມີນາ 2026 ເປັນມື້ພັກຊົດເຊີຍທາງລັດຖະການ, ເນື່ອງຈາກວັນແມ່ຍິງສາກົນ ວັນທີ 8 ມີນາ 2026 ກົງກັບມື້ວັນທິດ ຊຶ່ງເປັນມື້ພັກປະຈໍາອາທິດ.

ວັນແມ່ຍິງສາກົນ ໄດ້ກໍາເນີດເກີດຂຶ້ນ ຍ້ອນແມ່ຍິງ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງດ້ວຍລາຄາຖືກ,ເຮັດວຽກບໍ່ມີການຮັບປະກັນ,ບໍ່ມີລະບອບ ປົກປັກຮັກສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ, ແມ່ຍິງຍັງຖືກດູຖູກໝຶ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງ ຫຼີ້ນ ຖຶກເຕະຕີ ຖືກຂົ່ມຂືນທໍາສໍາເລົາ ແລະ ຖຶກໄລ່ອອກຈາກວຽກ. ໃນເວລາຖືພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນ ປົວ. ຍ້ອນແນວນັ້ນ ກໍາມະກອນແມ່ຍິງຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາ ມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ພວກນາຍທຶນ ຕ້ອງໄດ້ແກ້ໄຂຊີວິດ ການເປັນຢູ່ຂອງເຂົາເຈົ້າ. ໃນວັນທີ 8 ມີນາ 1899 ຊາວກໍາມະ ກອນແມ່ຍິງຢູ່ໂຮງງານຕໍາແຜ່ນ ແລະ ຕັດຫຍິບ ໄດ້ຈັດຕັ້ງໂຮມ ຊຸມນຸມປະທ້ວງ ແລະ ຄັດຄ້ານ ຕໍ່ການໃຫ້ຄ່າແຮງງານຕໍ່າ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນສຸຂະພາບ ການປະທ້ວງຂອງເຂົາ ເຈົ້າຄັ້ງນີ້ ຖຶກຕໍາຫຼວດເຂົ້າສະຫຼາຍ ແລະ ຈັບກຸມຈໍານວນໜຶ່ງ. ໃນວັນທີ 8 ມີນາ 1908 ແມ່ຍິງຈໍານວນ 15,000 ຄົນ ໄດ້ເດີນ ຂະບວນທວງໃຫ້ນາຍທຶນ ຫຼຸດຜ່ອນຊົ່ວໂມງເຮັດວຽກ ຢຸດເຊົາ

ການຂຸດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການ ອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ພາຍໃຕ້ຄໍາຂວັນ “ເຂົ້າຈີ່ ແລະ ດອກກຸຫຼາບ”. ເຂົ້າຈີ່ໝາຍເຖິງເສດຖະກິດ ດີຂຶ້ນ, ດອກກຸຫຼາບໝາຍເຖິງຄຸນະພາບຊີວິດດີຂຶ້ນ. ມາເຖິງປີ 1910 ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດ ໄດ້ ຈັດຂຶ້ນຢູ່ທີ່ ໂກເປນຮາກ ນະຄອນຫຼວງຂອງປະເທດແດນມາກ ມີຜູ້ແທນຮ້ອຍກວ່າຄົນຈາກ 17 ປະເທດເຂົ້າຮ່ວມ ກອງປະຊຸມ ໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກປີເປັນວັນ ແມ່ຍິງສາກົນ.  

ວັນທີ 8 ມີນາ ແມ່ນເຫດການການເມືອງທີ່ສໍາຄັນ ເປັນຂີດຫມາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງ ສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງວັນ ຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ.

Related Articles

Leave a Reply