ສປປ ລາວ ຈະເປັນເຈົ້າພາບຈັດການແຂ່ງຂັນກິລາເພາະກາຍ ຊີງແຊ້ມໂລກ ຄັ້ງທີ 17 ໃນທ້າຍປີນີ້

ສປປ ລາວ ຈະເປັນເຈົ້າພາບຈັດການແຂ່ງຂັນກິລາເພາະກາຍ ຊີງແຊ້ມໂລກ ຄັ້ງທີ 17 ໃນທ້າຍປີນີ້

ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກິລາເພາະກາຍ ຊີງແຊ້ມໂລກ ຄັ້ງທີ 17 ໃນລະຫວ່າງວັນທີ 3-9 ທັນວາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍຄາດວ່າຈະມີຄະນະ ແລະ ນັກກິລາທັງໝົດ 400 ຄົນ ທີ່ເປັນສະມາຊິກຫຼາຍກວ່າ 45 ປະເທດເຂົ້າຮ່ວມ, ສະເພາະນັກກິລາລາວ ຈະເຂົ້າຮ່ວມປະມານ 35 ຄົນ (ຍິງ 8).

ທ່ານ ຄຳພະໄພວັນ ວົງໄຊ ຮອງປະທານ ແລະ ເລຂາທິການ ສະຫະພັນກິລາເພາະກາຍແຫ່ງຊາດລາວ ກ່າວວ່າ: ປະຈຸບັນ ທາງສະຫະພັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ກຳລັງຫ້າງຫາກະກຽມຄວາມພ້ອມຮອບດ້ານ ເພື່ອຮັບປະກັນໃນການເປັນເຈົ້າພາບໃຫ້ປະສົບຜົນສຳເລັດຕາມຄາດໝາຍ ໂດຍສະເພາະ ການລະດົມທຶນຮອນງົບປະມານກັບຜູ້ປະກອບການຫົວໜ່ວຍທຸລະກິດ ແລະ ເອກະຊົນ ແລະ ວາງແຜນຕິດຕາມການຝຶກຊ້ອມຂອງນັກກິລາທີມຊາດລາວຢ່າງເປັນປົກກະຕິ.

ພ້ອມກັນນັ້ນ, ທາງສະຫະພັນ ຍັງຈະຈັດໃຫ້ມີກິດຈະກຳປິ້ນອ້ອມງານເຊັ່ນ: ການຈັດງານວາງສະແດງສິນຄ້າ ໂຄສະນາປະຊາສຳພັນ ກ່ຽວກັບປະເທດລາວໃຫ້ຫຼາຍທີ່ສຸດ ເພື່ອດຶງດູດຜູ້ຊົມ ດຶງດູດການທ່ອງທ່ຽວ ກໍຄືເພື່ອຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດໃນການເປັນເຈົ້າພາບຄັ້ງນີ້.

ຂໍ້ມູນ: ຂ່າວກິລາ Lao National TV

Related Articles

Leave a Reply