ອຸດສາຫະກຳ ແລະ ການຄ້າ ປະເມີນສະຖານະການທີ່ອາດຈະສົ່ງຜົນກະທົບຕໍ່ລາຄານໍ້າມັນ ແລະ ການສະໜອງນໍ້າມັນໃຫ້ແກ່ສັງຄົມ

ອຸດສາຫະກຳ ແລະ ການຄ້າ ປະເມີນສະຖານະການທີ່ອາດຈະສົ່ງຜົນກະທົບຕໍ່ລາຄານໍ້າມັນ ແລະ ການສະໜອງນໍ້າມັນໃຫ້ແກ່ສັງຄົມ

ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍກົມກ່ຽວຂ້ອງ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບັນດາ ບໍລິສັດນຳເຂົ້າ ນໍ້າມັນເຊື້ອໄຟ ຈັດກອງປະຊຸມປືກສາຫາລືກ່ຽວກັບຜົນກະທົບຂອງສະຖານະການ ຄວາມຮຸນແຮງ ຢູ່ຕະເວັນອອກກາງ ແລະ ມາດຕະການ, ກົນໄກການກະກຽມຄວາມພ້ອມຮັບມືກັບສະຖານະການດັ່ງກ່າວ ແລະ ກອງປະຊຸມຍັງໄດ້ປຶກສາຫາລື ແລະ ກຳນົດມາດຕະການ, ວິທີການ ກ່ຽວກັບທາງເລືອກ ຫຼື ແຫຼ່ງນໍາເຂົ້າ ອື່ນ ເພື່ອຮັບປະກັນການສະໜອງຄວາມໝັ້ນຄົງນໍ້າມັນເຊື້ອໄຟໃຫ້ແກ່ ສປປ ລາວ ທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຂື້ນໃນວັນທີ 2 ມີນາ 2026 ຜ່ານມາ, ໂດຍການເປັນ ປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໄດ້ມີ ການປະເມີນສະຖານະການທີ່ອາດຈະສົ່ງຜົນ ກະທົບຕໍ່ລາຄານໍ້າມັນ ແລະ ການສະໜອງນໍ້າມັນໃຫ້ແກ່ສັງຄົມ ໃນໄລຍະທີ່ເກີດເຫດການຄວາມບໍ່ສະຫງົບດັ່ງກ່າວ ລວມທັງມາດຕະການທີ່ຈຳເປັນໃນໄລຍະສັ້ນ ແລະ ໄລຍະກາງ. 

ຈາກຂໍ້ມູນການນໍາເຂົ້ານໍ້າມັນເຊື້ອໄຟໃນວັນທີ 02 ມີນາ 2026 ເຫັນວ່າ ຍັງມີຈຳນວນປົກກະຕິທັງດ້ານປະລິ ມານ ແລະ ລາຄາ ຫຼາຍກວ່າ 10 ລ້ານລິດ, ຊຶ່ງຈາກການປະສານງານກັບຝ່າຍໄທ ປະກົດວ່າ ບໍ່ມີການ ຫ້າມສົ່ງ ອອກນໍ້າມັນເຊື້ອໄຟ ມາຍັງ ສປປ ລາວ ເນື່ອງຈາກການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ເລິກເຊິ່ງ, ໜັກແໜ້ນຂອງທັງສອງປະເທດ ລາວ-ໄທ ທັງດ້ານພະລັງງານ ບໍ່ພຽງແຕ່ນໍ້າມັນເຊື້ອໄຟ, ໄຟຟ້າ ແລະ ບໍ່ແຮ່ ເທົ່ານັ້ນ, ລາວ-ໄທ ຍັງມີການຮ່ວມມື ແລະ ຊ່ວຍເຫຼືອກັນທາງດ້ານການຄ້າ ແລະ ການລົງທຶນ ຊຶ່ງຕິດພັນກັບ ຄວາມຕ້ອງການພະລັງງານ ໂດຍສະເພາະ ນໍ້າມັນເຊື້ອໄຟ ອີກດ້ວຍ.  ພ້ອມນັ້ນ, ຈຳນວນນໍ້າມັນເຊື້ອໄຟ ທີ່ສໍາຮອງໄວ້ຂອງແຕ່ລະບໍລິສັດ ແມ່ນສາມາດຕອບສະໜອງກັບຄວາມຕ້ອງການ ຂອງສັງຄົມໃນໄລຍະໜຶ່ງ ຊຶ່ງບໍ່ກໍ່ໃຫ້ເກີດການຂາດ ແຄນກະທັນຫັນ.

ກອງປະຊຸມ ຍັງໄດ້ເນັ້ນໃຫ້ ບໍລິສັດນໍາເຂົ້າ ແລະ ບໍລິສັດຈຳໜ່າຍ ທີ່ມີປໍ້າຕົວແບບ ແລະ ປໍ້າຕົວແທນທີ່ໃຊ້ໂລໂກ້ ຫຼື ກາໝາຍຂອງຕົນ ຕ້ອງໄດ້ໃຫ້ບຸລິມະສິດໃນການສະໜອງນໍ້າມັນໃຫ້ປໍ້າຢ່າງພຽງພໍ ແລະ ທົ່ວເຖິງ ກ່ອນການ ສະໜອງໃຫ້ແກ່ໂຄງການ ແລະ ແຈ້ງໃຫ້ເຈົ້າໜ້າທີ່ກວດກາການຄ້າ ໃນແຕ່ລະເມືອງ ໃຫ້ລົງຕິດຕາມກວດກາ ປໍ້າທີ່ປິດ ຫຼື ແຈ້ງວ່າໝົດນໍ້າມັນ ເພື່ອກວດກາຕົວຈິງ ຫຼີກເວັ້ນການກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັງ ກຳໄລ-ລາຄາ. ຖ້າຫາກ ປໍ້າໃດປະຕິບັດບໍ່ຖືກຕ້ອງ ໃຫ້ດຳເນີນການປັບໃໝຕາມລະບຽບກົດໝາຍ ໂດຍສະເພາະ ແມ່ນດຳລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເລກທີ 559/ລບ, ລົງວັນທີ 9/9/2025 ແລະ ເປັນເຫດຜົນໃຫ້ ເກີດການໂຈະ ຫຼື ຢຸດຕິການດຳເນີນທຸລະກິດໄດ້.

ຢ່າງໃດກໍຕາມ, ການເກີດເຫດການຄວາມບໍ່ສະຫງົບດັ່ງກ່າວ ເປັນພຽງເຫດການຊົ່ວຄາວ, ການແຕກຕື່ນຊື້ກັກຕຸນນໍ້າມັນເຊື້ອໄຟໄວ້ ແມ່ນວິທີການແກ້ໄຂບັນຫາສະເພາະໜ້າ ບໍ່ແມ່ນວິທີແກ້ໄຂຍາວນານ ແລະ ຍັງສ້າງຄວາມແຕກຕື່ນໃຫ້ກັບສັງຄົມ. ວິທີການແກ້ໄຂທີ່ດີສຸດ ຕ້ອງເຂົ້າໃຈວ່າ ສປປ ລາວ ບໍ່ແມ່ນປະເທດຜະລິດນໍ້າມັນ, ການປະຢັດ ແລະ ນໍາໃຊ້ພາຫະນະເທົ່າທີ່ຈຳເປັນ ແມ່ນສິ່ງທີ່ຕ້ອງໄດ້ປະຕິບັດເປັນນິໄສຕະຫຼອດໄປ ຊຶ່ງບໍ່ພຽງແຕ່ເປັນການປະຢັດໃຫ້ແກ່ຕົນເອງ ແລະ ຄອບຄົວ, ຍັງເປັນການປະຢັດເງິນຕາຕ່າງປະເທດໃຫ້ແກ່ປະເທດຊາດ.

ແຫຼ່ງຂ່າວຈາກ: ອຸດສາກະກໍາ ແລະ ການຄ້າ

Related Articles

Leave a Reply