ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5B (ປູຢາງ 2 ຊັ້ນ) ແຕ່ສາມແຍກຂົວນໍ້າຍອນ ຫາບ້ານນາໄຊສະຫວ່າງ (ເຂດແດນແຂວງວຽງຈັນ ) ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເມື່ອບໍ່ດົນມານີ້.
ທ່ານ ຄຳຫລ້າ ວົງລໍຄຳ ຮອງຫົວໜ້າຂະແໜງຄຸ້ມຄອງທາງບົກ-ທາງນໍ້າ ແຂວງ ໄຊສົມບູນໄດ້ລາຍງານຄວາມຄືບໜ້າຂອງໂຄງການດັ່ງກ່າວວ່າ: ໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 5B ມີຄວາມຍາວທັງໝົດ 66,18 ກິໂລແມັດ, ຄວາມກວ້າງ 7 ແມັດ ໄດ້ເຊັນສັນຍາກໍ່ສ້າງແຕ່ວັນທີ 21 ພຶດສະພາ 2020 ຫາ ວັນທີ 21 ພຶດສະພາ 2023 ຊຶ່ງໜ້າວຽກທີ່ຈັດຕັ້ງປະຕິບັດແມ່ນໄດ້ບຸກເບີກດຸດລອກໜ້າດິນທຳມະຊາດ, ຕັດຕົ້ນໄມ້ທີ່ມີເສັ້ນທາງຜ່າກາງ, ຂຸດດິນທຳມະຊາດ ລວມທັງຂົນໄປເກັບໄວ້ ແລະ ວຽກດິນຕັດ ມາຮອດປະຈຸບັນ ສາມາດປະຕິບັດໄດ້ທັງໝົດ 4,62%, ຫຼຸດຄາດໝາຍ 10,97% ເນື່ອງຈາກວ່າໄລຍະຜ່ານມາເປັນລະດູຝົນ ຈຶ່ງບໍ່ສາມາດກໍ່ສ້າງໄດ້ຕາມຄາດໜາຍ.
ໂຄງການກໍ່ສ້າງເສັ້ນທາງຫຼວງດັ່ງກ່າວແມ່ນບໍລິສັດ ລາວ-ເອອີຊີ ຄອນຊາວຕິງ ຈຳກັດ ເປັນບໍລິສັດທີ່ປຶກສາ ຊຶ່ງປະກອບມີ 4 ບໍລິສັດ ແລະ 5 ສັນຍາ ຮັບເໝົາກໍ່ສ້າງ ຄື: ສັນຍາ 1 ຄວາມຍາວ 14,125 ກິໂລແມັດ ແລະ ສັນຍາ 2 ຄວາມຍາວ 8,375 ກິໂລແມັດ ແມ່ນ ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ, ສັນຍາ 3 ແມ່ນບໍລິສັດ ບຸຜາ ພັດທະນາກໍ່ສ້າງ ເຄຫາສະຖານ, ຂົວທາງ ແລະ ສຳຫຼວດ-ອອກແບບ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມີຄວາມຍາວ 16,500 ກິໂລແມັດ, ສັນຍາ 4 ແມ່ນບໍລິສັດ ທະວີໄຊ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມີຄວາມຍາວ 14 ກິໂລແມັດ, ສັນຍາ 5 ແມ່ນບໍລິສັດ ເອທີໂອໂຕ ກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ຄວາມຍາວ 13,175 ກິໂລແມັດ ລວມມູນຄ່າໃນການກໍ່ສ້າງທັງໝົດ 392 ກວ່າຕື້ກີບ ງົບປະມານການລົງທຶນຂອງລັດ 100%.
ຂ່າວ-ຮູບ: ພຸດທະສອນ ເວດສະວົງ