Vientiane Times Lao
ເມືອງຄໍາເກີດແຂວງບໍລິຄໍາໄຊ ຖືກກະທົບໜັກຈາກພະຍຸໄຕ້ຝຸ່ນໂມລາເວ

ເມືອງຄໍາເກີດແຂວງບໍລິຄໍາໄຊ ຖືກກະທົບໜັກຈາກພະຍຸໄຕ້ຝຸ່ນໂມລາເວ

ພະຍຸໄຕ້ຝຸ່ນ ໂມລາເວ ໄດ້ເຮັດໃຫ້ນ້ຳຖ້ວມຢ່າງໜັກຢູ່ບ້ານນາແປ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ສ່ວນແຂວງອື່ນໆມີແຕ່ຝົນຕົກໜັກ ແຕ່ບໍ່ເກີດນໍ້າຖ້ວມ ແລະ ມີແຕ່ແຂວງສາລະວັນທີ່ເສົາໄຟຟ້າຫັກລົ້ມຈໍານວນໜຶ່ງ  ແລະ ຫຼັງຄາເຮືອນຂອງປະຊາຊົນຈຳນວນໜຶ່ງຖືກລົມພັດໄປ.

ຈາກກໍລະນີທີ່ພະຍຸໄຕ້ຝຸ່ນໂມລາເວ (TY MOLAVE) ຫົວທີ 18 ແລະ ເປັນພະຍຸຫົວທີ 6 ທີ່ເຄື່ອນພັດຜ່ານແຂວງເຊກອງ ແລະ ສາລະວັນ ໃນເວລາ 15 ປະມານ ໂມງ 00 ຂອງວັນທີ 28 ແລະ ອ່ອນກໍາລັງລົງເປັນພາຍຸດີ ເປລຊັ້ນ ຊຶ່ງໄດ້ເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ນັບແຕ່ 28 ຫາ 29 ຕຸລາ 2020 ແລະ ທາງກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ແຈ້ງເຕືອນປະຊາຊົນຢູ່ບັນດາແຂວງ ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ໃຫ້ກຽມຮັບມືກັບພະຍຸດັ່ງກ່າວນັ້ນ, ພົບວ່າມີແຕ່ ເມືອງ ຄໍາເກີດ  ແຂວງບໍລິຄໍາໄຊ ທີ່ໄດ້ຮັບຜົນກະທົບໝັກ ຈາກພະຍຸດັ່ງກ່າວ ຊຶ່ງເກີດນໍ້າຖ້ວມເຮືອນຊານ, ຖ້ວມເນື້ອທີ່ນາເຂົ້າທີ່ກໍາລັງເກັບກ່ຽວ ແລະ ກໍາລັງຈະເກັບກ່ຽວ ໂດຍສະເພາະຢູ່ເຂດບ້ານນາແປ, ນ້ຳໄຫຼແຮງພັດເອົາຝ່ອນເຂົ້າໄປ, ກໍເຂົ້າ, ສວນກ້ວຍ ແລະ ສວນມັນຕົ້ນຖືກນ້ຳຖ້ວມຂັງ. ນອກນັ້ນຍັງມີເສັ້ນທາງຈໍານວນໜຶ່ງຖືກດິນເຈື່ອນທັບ ແລະ ທາງຂາດບາງຈຸດ. ປະຈຸບັນນີ້ສະພາບນໍ້າຖ້ວມແມ່ນເຂົ້າສູ່ປົກກະຕິແລ້ວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply