Vientiane Times Lao
ເມືອງຜາອຸດົມຮັບເອົາແຮງງານທີ່ເປັນພົນລະເມືອງຂອງຕົນຈາກເມືອງຕົ້ນເຜິ້ງ ກັບຄືນທ້ອງຖີ່ນຈໍານວນ 424 ຄົນ

ເມືອງຜາອຸດົມຮັບເອົາແຮງງານທີ່ເປັນພົນລະເມືອງຂອງຕົນຈາກເມືອງຕົ້ນເຜິ້ງ ກັບຄືນທ້ອງຖີ່ນຈໍານວນ 424 ຄົນ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ -19 ເມືອງຜາອຸດົມ ແຂວງບໍ່ແກ້ວ ນໍາໂດຍ ທ່ານ ບຸນເລື່ອນ ສິດຊົມພູ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຮອງຄະນະສະເພາະກິດຂັ້ນເມືອງ ພ້ອມດ້ວຍຄະນະ ໄດ້ໄປຮັບເອົາປະຊາຊົນທີ່ໄປອອກແຮງງານຢູ່ບັນດາຫົວໜ່ວຍທຸລະກິດໃນເຂດເມືອງຕົ້ນເຜີ້ງ ທີ່ໄດ້ຮັບຜົນກະທົບວ່າງງານ ຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ -19 ກັບຄືນຖິ່ນຖານ ທັງໝົດ 424 ຄົນ (ຍິງ 233 ຄົນ) ເມື່ອບໍ່ດົນມານີ້ ທີ່ເດີ່ນໂຮງຮຽນ ມສ ປາກຫາດ ເມືອງຕົ້ນເຜີ້ງ.

ການລົງຮັບເອົາປະຊາຊົນ ຫຼື ແຮງງານທີ່ວ່າງງານໃນຄັ້ງນີ້  ທາງຄະນະສະເພາະກິດເມືອງຜາອຸດົມ ໄດ້ປະສານສົມທົບ ກັບຄະນະພັກຮາກຖານ, ອົງການຈັດຕັ້ງບ້ານ ກຽມຄວາມພ້ອມຮອບດ້ານໃນການຮັບຮອງເອົາປະຊາຊົນທີ່ວ່າງງານ ແລະ ກັບຄືນຖິ່ນຖານ ໃນຈໍານວນ 31 ບ້ານ ໂດຍມອບໃຫ້ບ້ານ ຈັດສະຖານທີ່ຈຳກັດບໍລິເວນຂອງບ້ານ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ຕາມເງື່ອນໄຂ ແລະ ຄວາມພ້ອມຂອງບ້ານ ຕິດພັນກັບວຽກງານປ້ອງກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ ໃນໄລຍະຈຳກັດບໍລິເວນ 14 ວັນ ຄຽງຄູ່ ກັບການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນພາຍໃນບ້ານໄດ້ຮັບຮູ້ເຂົ້າໃຈ ແລະ ໃຫ້ຄວາມຮ່ວມມືກັບວຽກງານດັ່ງກ່າວ ພ້ອມທັງປ້ອງກັນຕົນເອງ ເຊັ່ນ:ໃສ່ຜ້າອັດປາກ-ອັດດັງ, ໝັ່ນລ້າງມືດ້ວຍສະບູ່ ຫຼື ເຈວ ແລະ ການຮັກສາໄລຍະຫ່າງ 1 ແມັດຂື້ນໄປ.

ຂໍ້ມູນຂ່າວ: ບຸນໜຽວ ຈະເລີນຜົນ

Related Articles

Leave a Reply