Vientiane Times Lao
ແຂວງ ອຸດົມໄຊ ທຳລາຍສວນຝິ່ນໃນເນື້ອທີ່ 31 ເຮັກຕາ

ແຂວງ ອຸດົມໄຊ ທຳລາຍສວນຝິ່ນໃນເນື້ອທີ່ 31 ເຮັກຕາ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊ ແຂວງ ອຸດົມໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງສໍາຫຼວດ ແລະ ທໍາລາຍສວນຝິ່ນທີ່ລັກລອບປູກຂອງປະຊາຊົນ ຢູ່ 4 ເຂດ ຄື: ເຂດຫົວນໍ້າບາກ ມີບ້ານແສນສຸວັນ, ບ້ານຫົວນໍ້າບາກ ແລະ ບ້ານແສນລາດ ລວມ 9 ຄອບຄົວ; ເຂດຫົວນໍ້າງາ ມີບ້ານຢ້ານໃຫຍ່ ແລະ ບ້ານລາວວ້າ ລວມ 27ຄອບຄົວ; ເຂດນາຮ້ວງ ມີບ້ານຫ້ວຍໝອກ ແລະ ບ້ານວັງຍານ ລວມ 4 ຄອບຄົວ ແລະ ເຂດບ້ານນາງາມ ມີ 2 ຄອບຄົວ, ຊື່ງລວມເນື້ອທີ່ທັງໝົດ 31,68 ເຮັກຕາ, ເມື່ອບໍ່ດົນມານີ້.

ການທຳລາຍສວນຝິ່ນໃນຄັ້ງນີ້, ເຈົ້າໜ້າທີ່ ຍັງໄດ້ສຶກສາອົບຮົມ ແລະ ກາວເຕືອນຜູ້ທີ່ເປັນເຈົ້າຂອງສວນຝິ່ນ ພ້ອມທັງສ້າງບົດບັນທຶກຢຸດເຊົາ ແລະ ອະທິບາຍໃຫ້ຮູ້ເຖິງລະບຽບກົດໝາຍ ເພື່ອບໍ່ໃຫ້ມີການລັກລອບປູກຝິ່ນຕື່ອີກ ແລະ ສົ່ງເສີມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢຸດປູກຝິ່ນ, ພ້ອມກັນຫັນມາປູກຝັງ-ລ້ຽງສັດໃຫ້ກາຍເປັນສິນຄ້າ ເພື່ອສ້າງລາຍໄດ້ໃຫ້ແກ່ຄອບຄົວ ເພື່ອ ຮັບປະກັນໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ລວມທັງ ເປັນການພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ນັບມື້ນັບດີຂື້ນໄປເລື້ອຍໆ.

ການລັກລອບປູກຝິ່ນ ຍັງເປັນປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ເນື່ອງຈາກເປັນຢາເສບຕິດສິ່ງຕ້ອງຫ້າມ ແລະ ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ.

ຂໍ້ມູນ: ປກສ
ຮູບ: ປະກອບ

Related Articles

Leave a Reply