ທ່ານ Wang Zigang ຫົວໜ້າທີມງານເຕັກນິກໂຄງການກໍ່ສ້າງໂຮງໝໍມະໂຫສົດໄດ້ລາຍງານຕໍ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຄະນະ ເນື່ອງໃນໂອກາດທີ່ໄດ້ລົງຕິດຕາມຄວາມຄືບໜ້າຂອງໂຄງການດັ່ງກ່າວເມື່ອວັນທີ 17 ມີນາ 2021 ທີ່ຜ່ານມານີ້ວ່າ : ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ 1 ຈະສຳເລັດໃນເດືອນ ພຶດສະພາ 2021, ພາຍຫຼັງສຳເລັດແລ້ວກໍ່ຈະຍົກຍ້າຍຄົນເຈັບ ແລະ ແພດໝໍຂຶ້ນມາໃຊ້ຕຶກໃໝ່ ແລະ ຈະທຸບຕຶກເກົ່າ (ຕຶກເກົ່າຈະຈົ່ງໄວ້ພຽງຕຶກບໍລິຫານບາງຕຶກ) ເພື່ອດໍາເນີນການກໍ່ສ້າງໄລຍະທີ 2 ຊຶ່ງຈະເລີ່ມປະຕິບັດໃນເດືອນ ກໍລະກົດ 2021 ແລະ ຈະສໍາເລັດໃນເດືອນ ພຶດສະພາ 2022.
ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ນີ້ ເປັນໂຄງການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ມີມູນຄ່າການກໍ່ສ້າງ 590 ລ້ານກວ່າຢວນ ຫຼື ປະມານ 839,6 ຕື້ກີບ, ພາຍຫຼັງທີ່ສ້າງສໍາເລັດຈະເປັນໂຮງໝໍທີ່ທັນສະໄໝ ແລະໃຫຍ່ທີ່ສຸດໃນລາວ ໂດຍມີ 600 ຕຽງ.
ຂ່າວ-ພາບ: ວຽງດາວັນ ບັນພະຮັກສາ