ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຖະແຫຼງການກ່ຽວກັບສະຖານະການຄວາມຮຸນແຮງຢູ່ຕາເວັນອອກກາງ

ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຖະແຫຼງການກ່ຽວກັບສະຖານະການຄວາມຮຸນແຮງຢູ່ຕາເວັນອອກກາງ

“ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ຕິດຕາມຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງຢ່າງຍິ່ງຕໍ່ເຫດການຄວາມຮຸນແຮງທີ່ກໍາລັງເກີດຂຶ້ນຢູ່ຕາເວັນອອກກາງໃນປັດຈຸບັນຊຶ່ງມີຄວາມສ່ຽງຕໍ່ການຂະຫຍາຍເປັນວົງກວ້າງທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດແລະ ຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍ, ລວມທັງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ໃນໂລກ. ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງເພີ່ມທະວີຄວາມອົດທົນອົດກັ້ນ, ຢຸດຕິທຸກການກະທຳທີ່ຮຸນແຮງ ແລະ ພ້ອມກັນແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ບົນພື້ນຖານການເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ”.

ນະຄອນຫຼວງວຽງຈັນ, ວັນທີ 2 ມີນາ 2026

Related Articles

Leave a Reply