ສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ແຈ້ງໃຫ້ຮູ້ວ່າ: ໄດ້ກວດພົບສານເຄມີຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ ຢູ່ທີ່ຕະຫຼາດລາວ-ອົດຊີ ໂດຍໄດ້ເກັບກໍາເອົາ 15 ຕົວຢ່າງ ມາກວດ ຊຶ່ງພົບວ່າມີສານເຄມີຕົກຄ້າງແຕ່ມີປະລິມານໜ້ອຍຢູ່ໝາກເຜັດນ້ອຍ ທີ່ນໍາມາຈາກເມືອງກາສີ ແຂວງວຽງຈັນ ພາຍຫຼັງທີ່ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບ ສູນປ້ອງກັນພືດສາລາຄໍາ ແລະ ຕະຫຼາດລາວ-ອົດຊີ ໄດ້ເປີດຂະບວນການຄວບຄຸມຄຸນນະພາບ ກວດກາສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ເມື່ອບໍ່ດົນມານີ້ທີ່ຕະຫລາດລາວ-ອົດຊີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ຂໍ້ມູນ: ສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້

