ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໄດ້​ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດໃນມື້ວັນທີ 27 ມີນາ 2026 ນີ້ພາຍ​ຫຼັງທີ່ໄດ້ດຳ​ ມາແຕ່​ວັນ​ທີ 23 ມີ​ນານີ້ ຫຼື ເປັນເວລາ 5 ວັນ ທີ່ສະພາແຫ່ງຊາດ.

ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ໄດ້​ກ່າວ​ປິດກອງ​ປະ​ຊຸມ​ວ່າ: ກອງປະຊຸມໄດ້ດໍາເນີນການເລືອກຕັ້ງຕຳແໜ່ງສໍາຄັນຕ່າງໆ ຂອງອົງການອໍານາດແຫ່ງລັດ ເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ກຳມາທິການຄະນະປະຈຳສະພາແຫ່ງຊາດ; ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດກາແຫ່ງລັດ ແລະ ປະທານອົງການກວດສອບແຫ່ງລັດ; ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ປະທານກຳມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ ແລະ ຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານ.

ການເລືອກຕັ້ງບຸກຄະລາກອນໃນຕຳແໜ່ງສໍາຄັນຂອງລັດ, ການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງອົງການລັດເປັນບາດກ້າວສໍາຄັນໃນການສືບຕໍ່ບູລະນະ ລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນໃຫ້ໜັກແໜ້ນເຂັ້ມແຂງ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນວຽກຂອງແຕ່ລະອົງການໃນ 5 ປີຕໍ່ໜ້າຕາມມະຕິ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໂດຍຫັນເປັນແຜນງານ, ໂຄງການ, ກິດຈະກຳອັນລະອຽດຂອງແຕ່ລະຂະ ແໜງການ, ອົງການ ແລະ ຫັນເຂົ້າສູ່ຊີວິດສັງຄົມຢ່າງແທດເຖິງ ແລະ ປະຕິບັດໃຫ້ປະກົດຜົນເປັນຈິງ.

ກອງປະຊຸມໄດ້ຮັບຟັງການກ່າວອຳລາ ແລະ ກ່າວຮັບໜ້າທີ່ ຂອງທ່ານປະທານສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ ແລະ ການຮັບໜ້າທີ່ຂອງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດກາແຫ່ງລັດ ແລະ ປະທານກວດສອບແຫ່ງລັດ ທີ່ໄດ້ຮັບການເລືອກຕັ້ງໃນກອງປະຊຸມດ້ວຍຄະແນນສຽງສູງ, ຊຶ່ງສະແດງເຖິງຄວາມມຸ່ງໝັ້ນ, ການຕັດສິນໃຈຂອງບັນດາທ່ານການນໍາຂັ້ນສູງ ໃນການເພີ່ມທະວີຄວາມຮັບຜິດຊອບ ຕໍ່ການປະຕິບັດໜ້າທີ່ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ແລະ ພ້ອມຈະເຮັດໜ້າທີ່ອັນສຸດທີ່ມີກຽດນີ້ ຕາມການມອບໝາຍຂອງພັກ-ລັດ ແລະ ປະຊາຊົນ ເພື່ອພ້ອມກັນສຸມໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນປັດຈຸບັນ ແລະ ສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງແຂງແຮງ, ນໍາເອົາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕາມທິດສັງຄົມນິຍົມ.

ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030) ກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ລັດຖະບານ ທີ່ໃນສະພາບການພາກພື້ນ, ສາກົນມີຄວາມສັບສົນ, ສະພາບພາຍໃນມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຕ່ໄດ້ເອົາໃຈໃສ່ຊີ້ນໍາກະຊວງ, ອົງການ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ກຳນົດໃນແຜນ 5 ປີຜ່ານມາ ແລະ ມີຜົນສໍາເລັດຫຼາຍດ້ານ ອັນໄດ້ປະກອບສ່ວນເຮັດໃຫ້ເສດຖະກິດທົ່ວປະເທດ ມີສະຖຽນລະພາບດ້ານການເມືອງໜັກແໜ້ນ, ສັງຄົມ ມີຄວາມສະຫງົບປອດໄພ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍມີໝາກຜົນດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັບການຕີລາຄາຜົນສໍາເລັດດັ່ງກ່າວ, ກອງປະຊຸມຍັງໄດ້ສະເໜີໃຫ້ລັດຖະບານເພີ່ມທະວີການຊີ້ນໍາບັນຊາບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນສຸມໃສ່ຈັດຕັ້ງປະຕິບັດວິໄສທັດຮອດປີ 2055, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຊຶ່ງໄດ້ກຳນົດບັນດາຄາດໝາຍ ແລະ 6 ເປົ້າໝາຍໃຫຍ່, ບັນດາວຽກຈຸດສຸມ ແລະ ໂຄງການບຸລິມະສິດເປັນຈຳນວນ 200 ກວ່າໂຄງການ; ພ້ອມກັນນັ້ນ, ໄດ້ກຳ ນົດມາດຕະການ, ນະໂຍບາຍ ແລະ ກົນໄກການຈັດຕັ້ງປະຕິບັດແບບບຸກທະລຸທີ່ແທດເໝາະກັບຕົວຈິງຕື່ມເຮັດໃຫ້ການຈັດຕັ້ງປະຕິບັດເກີດມີໝາກມີຜົນຕົວຈິງ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງດ້ານຫຼັກການ ໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄພ ລາວ-ຫວຽດນາມ ຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມດ້ວຍຮູບແບບ BOT ຊຶ່ງເປັນໂຄງການຂະໜາດໃຫຍ່, ໂຄງການຍຸດທະສາດທີ່ສໍາຄັນທາງດ້ານການເຊື່ອມໂຍງ ເຊື່ອມຈອດຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ຕາມຍຸດທະສາດໃນການຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ.

ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຊຶ່ງກອງປະຊຸມໄດ້ສະເໜີໃຫ້ສອງອົງການດັ່ງກ່າວ ສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນໃຫ້ມີຄຸນນະພາບ, ມີຄວາມເຂັ້ມແຂງ, ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ຈັນຍາບັນ-ຈັນຍາທໍາຂອງພະນັກງານ ໃນສອງອົງການດັ່ງກ່າວ;

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາ ຊົນສູງສຸດຈໍານວນ 15 ທ່ານ ທີ່ມີມາດຕະຖານ ແລະ ມີປະສົບການຕົວຈິງ ຊຶ່ງຈະເຮັດໃຫ້ການເຄື່ອນໄຫວວຽກງານຂອງສານປະຊາຊົນແຕ່ລະຂັ້ນມີບາດກ້າວຫັນປ່ຽນທີ່ດີຂຶ້ນ ປະກອບສ່ວນເຂົ້າໃນການປັບປຸງລະບົບຍຸຕິທຳໃຫ້ໜັກແໜ້ນຂຶ້ນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນລາວບັນດາເຜົ່າ.

ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ (2026-2030) ຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ. ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນໄລຍະຜ່ານມາ ແລະ ເປັນເອກະພາບຕໍ່ທິດທາງ, ແຜນການເຄື່ອນໄຫວຂອງສອງອົງການໃນ 5 ປີຕໍ່ໜ້າ, ແຕ່ກອງປະຊຸມໄດ້ສະເໜີສອງອົງການເອົາໃຈໃສ່ຄົ້ນຄວ້າ ການສ້າງ, ປັບປຸງກົດໝາຍໃນຂົງເຂດຕົນຮັບຜິດຊອບ, ຊຸກຍູ້ການແກ້ໄຂຜົນການກວດກາ, ຜົນການກວດສອບ ເພີ່ມທະວີການກວດກາປົກກະຕິ, ກວດກາແຕ່ຫົວທີບັນດາໂຄງການລົງທຶນຂະໜາດໃຫຍ່ ເພື່ອບໍ່ໃຫ້ເກີດຄວາມສ່ຽງຈະສ້າງໜີ້ສິນເພີ່ມ, ຖືເອົາການແກ້ໄຂຜົນການກວດສອບເປັນເງື່ອນໄຂ ແລະ ບ່ອນອີງໃນການຕີລາຄາ ແລະ ປະເມີນຜົນໃນການປະຕິບັດໜ້າທີ່ຂອງອົງການ, ຂອງພະນັກງານ-ລັດຖະກອນ; ການບຳລຸງສ້າງພະນັກງານໃຫ້ມີຈັນຍາບັນ, ຈັນຍາທຳ ແລະມີຄວາມຊຳນານທາງດ້ານວິຊາສະເພາະ ເພື່ອຮັບໃຊ້ການປະຕິບັດວຽກງານຂອງສອງອົງການໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ; ກອງປະຊຸມໄດ້​ຮັບຟັງການລາຍງານ ແລະ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ເພື່ອເປັນບ່ອນອີງພື້ນຖານໃຫ້ການເຄື່ອນໄຫວວຽກງານຂອງ ສະພາແຫ່ງຊາດໃນ 5 ປີຕໍ່ໜ້າ ໂດຍໄດ້ກຳນົດ 5 ແຜນງານ ແລະ 25 ໂຄງການ ເພື່ອຮັບປະກັນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃຫ້ມີປະສິດທິພາບ, ມີປະສິດທິຜົນ;

ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 91 ສະບັບ, ສ້າງໃໝ່ 19 ສະບັບ, ປັບປຸງ 72 ສະບັບ ຊຶ່ງກວມເອົາຂົງເຂດການປົກຄອງ ແລະ ຍຸຕິທຳ, ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ກອງປະຊຸມສະເໜີໃຫ້ລັດຖະບານເອົາໃຈໃສ່ຊີ້ນໍາກະຊວງ, ອົງການທີ່ກ່ຽວຂ້ອງ ເປັນເຈົ້າການແຕ່ຫົວທີ ໃນການສ້າງ ແລະ ປັບປຸງກົດໝາຍໃນຄວາມຮັບຜິດຊອບຂອງຕົນ ທັງເພີ່ມທະວີການປະສານສົມທົບກັບກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ເພື່ອກວດກາຄວາມພ້ອມຂອງເນື້ອໃນກົດໝາຍ ເຮັດໃຫ້ລັດປະຊາ ທິປະໄຕ ປະຊາຊົນ ເປັນລັດທີ່ປົກຄອງດ້ວຍກົດໝາຍ, ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາ ຊົນເທື່ອລະກ້າວ.

ທີ່ມາຂ່າວ-ພາບ: ປະຊາຊົນ

 

 

Related Articles

Leave a Reply