ກະຊວງ ຍທຂ ຕິດຕາມການພັດທະນາ ພື້ນຖານໂຄງລ່າງແຂວງໄຊຍະບູລີ

ກະຊວງ ຍທຂ ຕິດຕາມການພັດທະນາ ພື້ນຖານໂຄງລ່າງແຂວງໄຊຍະບູລີ

ໃນລະຫວ່າງວັນທີ 10-11 ພຶດສະພາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໄດ້ລົງຕິດຕາມການພັດທະນາພື້ນຖານໂຄງລ່າງຢູ່ແຂວງໄຊຍະບູລີ ໂດຍສະເພາະແມ່ນໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ.

ໂອກາດມາຄັ້ງນີ້ ທ່ານລັດຖະມົນຕີໄດ້ ຕິດຕາມສະພາບເສັ້ນທາງ, ຕິດຕາມຄວາມຄຶບໜ້າໂຄງການກໍ່ສ້າງຕາຝັ່ງເຈື່ອນຕາມສາຍແມ່ນໍ້າຂອງ ລຽບຕາມຊາຍແດນ ລາວ-ໄທ ຈົນຮອດແຂວງ ໄຊຍະບູລີ ໂດຍສະເພາະ ໂຄງການກໍ່ສ້າງຕ້ານເຈື່ອນ ລຽບສາຍແມ່ນໍ້າເຫືອງ ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ.

ທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ໄດ້ກ່າວວ່າ: ວຽກງານປ້ອງກັນຕ້ານເຈື່ອນ ແລະ ນໍ້າຖ້ວມ: ສໍາເລັດການສໍາຫຼວດ-ອອກແບບປ້ອງກັນຕາຝັ່ງເຈື່ອນນໍ້າເຫືອງ ແລະ ນໍ້າຂອງໄດ້ທັງໝົດ 14 ຈຸດ (ໂຄງການ), ໃນນີ້ໄດ້ສະເໜີເຂົ້າແຜນກໍ່ສ້າງໄດ້ 11 ໂຄງການ, ລວງຍາວ 19,216 ແມັດ, ມູນຄ່າກໍ່ສ້າງແມ່ນ 1,20 ຕື້ກວ່າກີບ, ມີຢູ່ເມືອງບໍ່ແຕນ 3 ໂຄງການ, ເມືອງແກ່ນທ້າວ 5 ໂຄງການ ແລະ ເມືອງປາກລາຍມີ 3 ໂຄງການ ແລະ ພວມດໍາເນີນການຈັດຊື້-ຈັດຈ້າງຢູ່.

ພວມຈັດຕັ້ງປະຕິບັດໂຄງການກໍ່ສ້າງປ້ອງກັນເຈື່ອນ ຈໍານວນ 9 ໂຄງການຄື: ເມືອງປາກລາຍ 2 ໂຄງການ, ເມືອງແກ່ນທ້າວ 5 ໂຄງການ ແລະ ເມືອງບໍ່ແຕນ 2 ໂຄງການ, ລວງຍາວທັງໝົດ 15,102 ແມັດ, ມູນຄ່າການກໍ່ສ້າງ 465,40 ຕື້ກີບ, ທັງໝົດນີ້ສາມາດປ້ອງກັນການເຊາະເຈື່ອນໄດ້ແລ້ວ 9,410 ແມັດ ແລະ ພວມຈັດຕັ້ງການປ້ອງກັນການກັດເຊາະເຈື່ອນ 5,692 ແມັດ.

ການລົງມາຕິດຕາມໃກ້ຊິດຄັ້ງນີ້, ທ່ານລັດຖະມົນຕີ ໄດ້ເນັ້ນ ໃຫ້ ພະແນກ ຍທຂ ໃນນາມເຈົ້າຂອງໂຄງການເອົາໃຈໃສ່ ຕິດຕາມຊຸກຍູ້ ບໍລິສັດໃຫ້ກໍ່ສ້າງໂຄງການດັ່ງກ່າວສໍາເລັດຕາມແຜນການທີ່ກໍານົດໄວ້. 

ຂ່າວ: ພ້ອມພົງ

ພາບ: ເສດຖະກິດການຄ້າ

Related Articles

Leave a Reply