ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປີປິຕຸພູມ ຄົບຮອບ 81 ປີ ຊຶ່ງໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2026 ທີ່ ຜ່ານມາ ຢູ່ນະຄອນຫຼວງມົດສະກູ ສະຫະພັນ ຣັດເຊຍ.
ການສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ເປັນໜຶ່ງໃນເຫດການປະຫວັດສາດທີ່ສໍາຄັນຂອງ ຣັດເຊຍ ແລະ ບັນດາປະຊາຊາດ ຊຶ່ງໄດ້ຈັດຂຶ້ນເພື່ອຈາລຶກຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາ ນັກຮົບກອງທັບແດງ ໂຊຫວຽດ ແລະ ທຸກຄົນທີ່ເສຍສະຫຼະຊີວິດ ເພື່ອປົກປ້ອງປິຕຸພູມ ຈົນສາມາດຍາດມາໄດ້ໄຊຊະນະ ໃນສົງຄາມໂລກ ຄັ້ງທີ II. ໄຊຊະນະດັ່ງກ່າວ ຖືເປັນຄວາມທະນົງໃຈຂອງ ປະຊາຊົນສະຫະພາບໂຊວຽດ ໃນເມື່ອກ່ອນ ກໍຄື ສະຫະພັນ ຣັດເຊຍ ໃນປັດຈຸບັນ.
ການເຂົ້າຮ່ວມພິທີສະເຫຼີມສະຫຼອງຄັ້ງນີ້ ມີບັນດາຜູ້ນໍາ ແລະ ຜູ້ຕາງໜ້າຈາກຫຼາຍປະເທດເພື່ອນມິດ ແລະ ມີຫຼາຍກິດຈະກຳສໍາຄັນຖືກຈັດສະແດງໃນງານດັ່ງກ່າວ, ເປັນຕົ້ນແມ່ນ ການສະແດງເດີນສວນສະໜາມຂອງກ້ອນກຳລັງ ຂອງເຫຼົ່າທັບຕ່າງໆ ຈາກທົ່ວປະເທດ.
ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ຖືກຕ້ອນຮັບຈາກ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ແລະ ໄດ້ພົບປະແລກປ່ຽນຄໍາຄິດຄໍາເຫັນ ດ້ວຍບັນຍາກາດອັນສ້າງສັນ ແລະ ກົງໄປກົງມາ. ສອງຝ່າຍ ຕີລາຄາສູງຕໍ່ໝາກຜົນຂອງ ການຮ່ວມມືສອງຝ່າຍ ໃນຫຼາຍຂົງເຂດວຽກງານ ໃນໄລຍະຜ່ານມາ.
ທີ່ມາຂ່າວ-ພາບ: ປະຊາຊົນ

