ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ອອກແຈ້ງການແນະນໍາເພີ່ມເຕີມ ໃນວັນທີ 8 ພຶດສະພາ 2020 ກ່ຽວກັບເກັບກຳຂໍ້ມູນຂອງຜູ້ອອກແຮງງານລາວ ທີ່ກັບມາຈາກຕ່າງປະເທດ, ຜູ້ວ່າງງານເນື່ອງຈາກການໂຈະ ແລະ ປິດກິດຈະການຂອງຫົວໜ່ວຍແຮງງານ ພາຍໃນປະເທດ.
ຈຸດປະສົງຂອງການເກັບກໍາຂໍ້ມູນດັ່ງກ່າວ ແມ່ນເພື່ອກຽມໃຫ້ການຊ່ວຍເຫຼືອຜູ້ວ່າງງານ ເນື່ອງຈາກການໂຈະ ແລະ ປິດກິດຈະການ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ປະເທດຕ່າງໆໃນທົ່ວໂລກ.
ໂດຍອີງໃສ່ແຈ້ງການແນະນໍາດັ່ງກ່າວ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ພະແນກຂໍ້ມູນຂ່າວສານຕະຫຼາດແຮງງານ ຈຶ່ງໄດ້ສ້າງແບບຟອມຂຶ້ນບັນຊີຄົນວ່າງງານ ແລະ ແຮງງານທີ່ກັບຈາກຕ່າງປະເທດ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ເພື່ອເປັນຂໍ້ມູນອ້າງອີງໃນການຊ່ວຍປະສານ ເພື່ອດໍາເນີນນະໂຍບາຍຕ່າງໆ ຕາມກົດໝາຍ ແລະ ລະບຽບການ.
ຜູ້ທີ່ວ່າງງານຢູ່ພາຍໃນປະເທດ ແລະ ຜູ້ໄປອອກແຮງງານຢູ່ຕ່າງປະເທດກັບມາລາວນັ້ນ ສາມາດເຂົ້າໄປຕອບແບບສອບຖາມຜ່ານເວັບໄຊ ຂໍ້ມູນຂ່າວສານຕະຫລາດແຮງງານ:http://www.lmi.gov.la/COVID19/
ອີງຕາມການລາຍງານຈາກກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃນກອງປະຊຸມກອງປະຊຸມປຶກສາຫາລືການຊ່ວຍເຫຼືອຜູ້ອອກແຮງງານທີ່ກັບຈາກປະເທດໄທໃຫ້ຮູ້ວ່າ ຜ່ານການປະສານງານເພື່ອເກັບກຳຕົວເລກຂອງພົນລະເມືອງລາວທີ່ກັບຄືນຈາກປະເທດໄທ ທີ່ສາມາດເກັບກຳໄດ້ໃນບາງດ່ານສາກົນ ໃນຂອບເຂດທົ່ວປະເທດ ແຕ່ວັນທີ 11 ມີນາ ຫາ ວັນທີ 4 ພຶສະພາ 2020 ມີຈຳນວນ 79.208 ຄົນ. ມາຮອດປະຈຸບັນ ເຫັນວ່າຍັງມີຜູ້ໄປອອກແຮງງານຈໍານວນບໍ່ໜ່ອຍ ສືບຕໍ່ເດີນທາງກັບຄືນຈາກປະເທດໄທ ໂດຍຜ່ານດ່ານສາກົນ ແລະ ດ່ານປະເພນີ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ

