ປະຈຸບັນນີ້ ຢູ່ໃນ 8 ເມືອງຂອງແຂວງສະຫວັນນະເຂດ ລະດັບນໍ້າ ແລະ ສາຍນໍ້າສາຂາຕ່າງໆສືບຕໍ່ຫຼຸດລົງ ເປັນປົກກະຕິແລ້ວ ແຕ່ຍັງມີຜູ້ປະສົບໄພຈໍານວນຫຼາຍຍັງຕ້ອງການເຄື່ອງຊ່ວຍເຫຼືອຈາກສັງຄົມ.
ກໍາມະການປະຈໍາພັກແຂວງ ປະທານກວດກາພັກລັດແຂວງສະຫວັນນະເຂດ ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ, ພ້ອມພະແນກການອ້ອມຂ້າງແຂວງ ເຊິ່ງມີພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ພະແນກສຶກສາທິການ ແລະ ກິລາແຂວງ, ໄດ້ສືບຕໍ່ລົງຕິດຕາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພເມືອງຈຳພອນ ເມື່ອບໍ່ດົນມານີ້. ເຄື່ອງທີ່ມອບປະກອບມີ ນໍ້າອັດລົມ 480 ແພັກ, ນໍ້າດື່ມ 200 ແພັກ, ແປງສີຟັນ 10ແກັດ,ໝີ່ 200 ແກັດ, ປາກະປ໋ອງ 100 ແກັດ, ໄຂ່ໄກ່ 10 ແຕະ ລວມມູນຄ່າ 40 ລ້ານກີບ, ນອກນັ້ນກໍ່ໄດ້ມອບເງິນສົດຕື່ມອີກ 40 ລ້ານກີບ ແລະ ພະແນກ ຖະແຫຼງ ຂ່າວ ແລະ ວັດທະນະທຳແຂວງ ມອບເງິນສົດຈໍານວນ 1 ລ້ານກີບ.
ສໍາລັບຢູ່ເມືອງຈໍາພອນແມ່ນມີບ້ານຖືກນໍ້າຖ້ວມ 18 ບ້ານ, 2.042 ຄອບຄົວ, 10.049ຄົນ, ຍົກຍ້າຍປະຊາຊົນໄປຢູ່ຈຸດພັກຊົ່ວຄາວທີ່ປອດໄພ 8 ບ້ານ, 1.212 ຄອບຄົວ, ,ເນື້ອທີ່ນາຖືກຖ້ວມ 6.919,8ເຮັກຕາ, ໃນຈໍານວນ 60ບ້ານ,ໜອງປາ 218ໜອງ,ສວນພືດຜັກຕ່າງໆ 123 ເຮັກຕາ,ເສຍຫາຍ 13 ເຮັກຕາ, ,ນອກນິ້ກໍ່ມີພື້ນຖານໂຄງລ່າງ ເຊັ່ນເສັ້ນທາງ 10ເສັ້ນ ,ຄອງເໝືອງຊົນລະປະທານ10ໂຄງການ,ນໍ້າຖ້ວມໂຮງຮຽນ 7 ແຫ່ງ, ປິດການຮຽນຊົ່ວຄາວ 16ແຫ່ງ, ນໍ້າຖ້ວມສຸກສາລາ 1ແຫ່ງ, ຖ້ວມນໍ້າສ້າງ 306 ໜ່ວຍ,ຖ້ວມວິດຖ່າຍ 1.758ໜ່ວຍ, ສຳລັບການຊ່ວຍເຫຼືອປະຊາຊົນ ແມ່ນນໍາໃຊ້ກຳລັງທະຫານ,ຊາວໜຸ່ມ,ນັກສຶກສາ,ຕຳຫຼວດ ຊ່ວຍໄດ້ 18 ບ້ານ ກ່ຽວເຂົ້າໄດ້ 397 ເຮັກຕາ.
ຂ່າວ-ພາບ: ວິລັດດາ ດວງຈັນທາ

