ການພັດທະນາເສດຖະກິດ ຕ້ອງໄປຄຽງຄູ່ກັບການພັດທະນາຄົນ

ການພັດທະນາເສດຖະກິດ ຕ້ອງໄປຄຽງຄູ່ກັບການພັດທະນາຄົນ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ມີຄຳເຫັນບາງຕອນທີ່ສໍາຄັນ ທີ່ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ໄດ້ຈັດຂຶ້ນໃນມື້ວານນີ້ວ່າ: ເມື່ອທົບທວນຄືນທັດສະນະ, ແນວ ທາງ, ແຜນນະໂຍບາຍ ຂອງພັກເຮົາໃນຫຼາຍສິບປີຜ່ານມາ, ພວກເຮົາ ເຫັນໄດ້ຢ່າງຊັດເຈນວ່າ ການນໍາພາພັດທະນາ ປະເທດຊາດ ໃຫ້ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ຍົກລະ ດັບຄຸນະພາບຊີວິດຂອງປະຊາຊົນ ໃຫ້ສູງຂຶ້ນ ແລະ ບືນຕົວກ້າວຂຶ້ນເປັນປະເທດກໍາລັງພັດທະນາ ແມ່ນພາລະກໍາປະ ຫວັດສາດ ແຫ່ງການນໍາພາຂອງພັກຍຸກໃໝ່. ພັກເຮົາ ເວລາໃດກໍຢືນຢັນຢ່າງໜັກແໜ້ນວ່າ ການພັດທະນາແມ່ນຄວາມຈຳເປັນແຖວໜ້າ ຫຼື ຄວາມຈຳ ເປັນອັນດັບໜຶ່ງ ແລະ ເປັນ ໜ້າທີ່ປະຫວັດສາດໃນຍຸກໃໝ່ຂອງພັກ, ທັງເປັນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ຂອງປະຊາຊົນເຮົາ. ການນໍາພາພັດທະນາ ຂອງພັກເຮົາ ຕ້ອງບັນລຸເຖິງການແກ້ໄຂບັນຫາພື້ນຖານກວມລວມ ນັ້ນຄື ການແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ແລະ ຄວາມດ້ອຍພັດທະນາຂອງປະ ເທດຊາດ ໃຫ້ໄດ້; ຍູ້ກຳລັງການຜະ ລິດໃຫ້ຂະຫຍາຍຕົວ ເພື່ອມີພື້ນຖານວັດຖຸເຕັກນິກທີ່ທັນສະໄໝຂຶ້ນເລື້ອຍໆ ເພື່ອຮັບປະກັນໃຫ້ຈັງຫວະການເຕີບ ໂຕຂອງເສດຖະກິດແຫ່ງຊາດ ດຳເນີນໄປຢ່າງຕໍ່ເນື່ອງ, ເຮັດໃຫ້ປະເທດຊາດ ນັບມື້ນັບຈະເລີນກ້າວໜ້າ, ປະຊາຊົນ ມີຄຸນະພາບຊີວິດດີຂຶ້ນ, ສັງຄົມ ມີຄວາມຍຸຕິທຳຫຼາຍຂຶ້ນ ແລະ ມີຄວາມສະ ຫງົບປອດໄພ.

ເລຂາທິການໃຫຍ່ ໄດ້ກ່າວຕື່ມວ່າ: ພັກເຮົາ ໄດ້ກໍານົດທິດນໍາສໍາຄັນໃນການພັດທະນາຄື: “ຕ້ອງຮັບປະກັນຄວາມຍືນຍົງ, ນໍາໃຊ້ທ່າແຮງດ້ານ ຊັບພະ ຍາກອນທີ່ມີໃຫ້ສົມສ່ວນ, ຄຸ້ມຄ່າ, ມີປະສິດທິຜົນ, ທັງຮັບ ປະກັນບໍ່ໃຫ້ບົກແຫ້ງ. ການພັດທະນາເສດຖະກິດ ຕ້ອງ ໄປຄຽງຄູ່ກັບການພັດທະນາຄົນ, ສ້າງຄົນໃຫ້ມີທັງຄວາມຮູ້ຄວາມສາມາດ, ມີຄວາມໜັກແໜ້ນ ທາງດ້ານທາດ ແທ້ການເມືອງ, ມີຄຸນສົມບັດສິນທໍາ, ມີຄວາມກະຕືລືລົ້ນ ແລະ ມີຄວາມບຸກບືນສູ້ຊົນສູງໃນການພັດທະນາ; ອັນສໍາ ຄັນຕ້ອງໃຫ້ຄົນໃນຊາດ ໄດ້ຮັບຜົນປະໂຫຍດຢ່າງສົມເຫດສົມ ຜົນ ຈາກການພັດທະນາ ເພື່ອໃຫ້ຄົນກາຍເປັນກໍາລັງ ແຮງທີ່ແທ້ຈິງ ຂອງການພັດທະນາ”. ເພື່ອບັນລຸທິດນໍານັ້ນ, ຕ້ອງ ກໍ່ສ້າງຮາກຖານການເມືອງ, ສ້າງຄວາມເຂັ້ມແຂງ ແຕ່ຮາກ ຖານຂຶ້ນມາ, ເອົາປະຊາຊົນເປັນກົກ, ເອົາຊົນນະບົດ ເປັນເປົ້າໝາຍການພັດທະນາ ຢ່າງມີແຜນການ ແລະ ມີຈຸດສຸມທີ່ຈະແຈ້ງ. ຖ້າຄວາມທຸກຍາກ ຂອງປະຊາຊົນ ບໍ່ໄດ້ຮັບການແກ້ໄຂຢ່າງເປັນຮູບປະທຳ, ພັກເຮົາ ຕ້ອງມີຄວາມຮັບ ຜິດຊອບ.

ໃນຕອນທ້າຍ, ເລຂາທິການໃຫຍ່ໄດ້ເນັ້ນ ໃຫ້ບັນດາສະຫາຍຕ້ອງໄດ້ເພີ່ມທະວີຄວາມຮັບ ຜິດຊອບການເມືອງ ສຸມສະຕິປັນຍາຄົ້ນຄວ້າ, ຄິດຫງໍາ, ຕຶກຕອງ ແລະ ປະກອບຄຳຄິດຄຳເຫັນ ຢ່າງມີ ຈຸດສຸມ, ກະທັດຮັດ ຕໍ່ເນື້ອໃນຕ່າງໆໃຫ້ມີຄວາມເລິກເຊິ່ງ, ໜັກແໜ້ນ, ເປັນສະຕິປັນຍາລວມໝູ່ ຂອງສູນກາງພັກ ໃນການບູລະນະແນວທາງ, ນະໂຍບາຍ ເພື່ອເປັນທິດຊີ້ນໍາໃຫ້ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນ ຈິງ ເຮັດໃຫ້ຄາດ ໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ວາງອອກ ບັນລຸຜົນສໍາເລັດ.

Related Articles

Leave a Reply