ອໍານາດການປົກຄອງເມືອງຊະນະຄາມ ແຂວງວຽງຈັນໄດ້ທຳລາຍເຮືອ ແລະ ອຸປະກອນທີ່ນໍາໃຊ້ເຂົ້າໃນການການລັກຂຸດຄົ້ນແຮ່ທາດ (ດູດຄຳຕົກຂ້ອນ) ຕາມລໍາແມ່ນໍ້າຂອງແບບຊະຊາຍ ແລະ ຜິດກົດໝາຍ ເມື່ອມໍ່ໆມານີ້ຢູ່ເມືອງຊະນະຄາມ.
ເຮືອ ແລະ ອຸປະກອນດັ່ງກ່າວ ຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ສົມທົບກັນລົງກວດກາ ແລະ ອາຍັດໄວ້ໃນໄລຍະຜ່ານມາ.
ທີ່ມາ: ຊະນະຄາມ ໂພສ

