ສະຖານະການ ການລະບາດ ຂອງພະຍາດໂຄວິດ-19 ສົ່ງຜົນໃຫ້ເພີ່ມຄວາມສ່ຽງດ້ານໂພສະນາ ການຂອງເດັກ ໃນ ສປປ ລາວ, ຊຶ່ງການຂາດສານອາຫານ ຈະສົ່ງຜົນໄລຍະຍາວ ດ້ານການຈະເລີີນເຕີບໂຕ, ພັດທະນາການ ແລະ ສຸຂະພາບຂອງເດັກ, ຊຸມຊົມ ແລະ ປະເທດຊາດ.
ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ພູທອນ ເມືອງປາກ ໄດ້ກ່າວ ໃນພິທີມອບ-ຮັບເຄື່ອງອຸປະກອນການແພດ ແລະ ຢາປິ່ນປົວ ຈາກສະຫະພາບເອີຣົບ ແລະ ອົງການຢູນີເຊັບ ປະຈຳລາວ ຫວ່າງບໍ່ດົນມານີ້ ວ່າ: ຜົນກະທົບ ດ້ານເສດຖະກິດ, ການເຂົ້າເຖິງອາຫານ ແລະ ລະບົບສາທາລະນະສຸກ ທີ່ເປັນຜົນມາຈາກສະຖານະການ ການລະບາດຂອງພະຍາດໂຄວິດ-19 ຄາດວ່າຈະເຮັດໃຫ້ການຂາດສານອາຫານ ທຸກຮູບແບບ ໃນ ສປປ ລາວ ຮ້າຍແຮງຂຶ້ນ, ໂດຍສະເພາະ ການຄາດຄະເນທົ່ວໂລກຊີ້ໃຫ້ເຫັນວ່າ ອັດຕາການຂາດສານອາຫານຮ້າຍແຮງໃນກຸ່ມເດັກນ້ອຍລຸ່ມ 5 ປີ ອາດຈະເພີ່ມຂຶ້ນປະມານ 15% ໃນໄລຍະການລະບາດພະຍາດໂຄວິດ-19.
ທ່ານ ດຣ ພູທອນ ເມືອງປາກ ໄດ້ ກ່າວອີກ ວ່າ: ການປິ່ນປົວເດັກຂາດສານອາຫານທີ່ມີອາການຮ້າຍແຮງ ຍັງມີຂໍ້ຈໍາກັດ ຊຶ່ງການຄາດຄະເນຕົວເລກເດັກນ້ອຍຂາດສານອາຫານຮ້າຍແຮງ ມີຢູ່ປະມານ 60, 000 ຄົນຕໍ່ປີ ໃນ ສປປ ລາວ ຊຶ່ງການຂາດສານອາຫານເພີ່ມຄວາມສ່ຽງຕໍ່ການເສຍຊິວິດຂອງເດັກ.
ໃນນັ້ນ ໜຶ່ງໃນຂໍ້ຈໍາກັດ ແມ່ນການຂາດແຫຼ່ງທຶນພາຍໃນ ແລະ ທຶນຊ່ວຍເຫຼືອຈາກສາກົນ ໃນການຊຶ້ອຸປະກອນ ແລະ ຢາປິ່ນປົວດ້ານໂພສະນາການ. ຍ້ອນວ່າເດັກທີ່ຂາດສານອາຫານຮ້າຍແຮງ ມີຄວາມສ່ຽງສຸງຕໍ່ການຕາຍເກືອບ 12 ເທົ່າ ເມື່ອທຽບໃສ່ເດັກທີ່ສຸຂະພາບດີ, ສະນັ້ນວຽກງານປ້ອງກັນ ແລະ ປິ່ນປົວການຂາດສານອາຫານໃນເດັກ ຈຶ່ງມີຄວາມສໍາຄັນທີ່ສຸດ ໃນການປ້ອງກັນເດັກຈາກຄວາມສ່ຽງ ແລະ ເພື່ອໃຫ້ບັນລຸເປົ້າໝາຍ ໃນການຫຼຸດອັນຕະລາຍຂອງເດັກລຸ່ມ 5 ປີ ໃນ ສປປ ລາວ.
ຂ່າວ: ວຽງຈັນທາຍ

