ຈໍານວນອຸບັດເຫດຕາມທ້ອງຖະໜົນ ແລະ ຈໍານວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນໃນຂອບເຂດທົ່ວປະເທດ, ສ່ວນໃຫ່ຍຍ້ອນການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ຍັງເກີດຂຶ້ນຈໍານວນຫຼາຍ ທີ່ເປັນປັດໄຈພາໃຫ້ເກີດອຸບັດເຫດ,ສະເພາະເດືອນພະຈິກ 2020 ຜ່ານມາ ນີ້ ມີຜູ້ເສຍຊີວິດເຖິງ 97 ຄົນ ເພີ່ມຂຶ້ນ 18 ຄົນຖ້າທຽບໃສ່ເດືອນຕຸລາທີ່ຜ່ານມາ ຊຶ່ງມີຜູ້ເສຍຊີວິດ 79 ຄົນ.
ອີງຕາມການລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນພະຈິກ 2020 ຂອງກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ແລະ ມີທ່າອ່ຽງເພີ່ມຂຶ້ນເຖິງແມ່ນວ່າເຈົ້າໜ້າທີ່ ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ສະເພາະເດືອນພະຈິກ 2020 ນີ້ ມີອຸບັດເຫດເກີດຂຶ້ນທັງໝົດ 666 ກໍລະນີ , ມີຜູ້ບາດເຈັບ 1.074 ຄົນ ແລະ ພາຫະນະເປ່ເພ 1.185 ຄັນ.
ສໍາລັບ ສາຍເຫດແມ່ນເກີດຈາກ ການລະເມີດກົດລະບຽບການສັນຈອນ ເຊັ່ນ: ຂັບຂີ່ໄວເກີນກຳນົດ, ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ, ຮ້າຍແຮງກ່ວານັ້ນ ຜູ້ຂັບຂີ່ຍັງດື່ມສິ່ງມຶນເມົາ ຂັບຂີ່ລົດໄວ ເປັນສາຍເຫດຂອງການເກີດອຸບັດເຫດຕາມທ້ອງຖະໜົນ.
ຂ່າວ: ວຽງຈັນທາຍ
ຮູບ: ໜ່ວບກູ້ໄພ 1623

