ທ່ານອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ່ I ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ເຖິງແມ່ນວ່າ ນວ ຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ຕົ້ນປີ 2020 ທີ່ຜ່ານມາ ແຕ່ເມື່ອເບິ່ງສະພາບລວມຂອງການລົງທຶນພາຍໃນ ນວ ແມ່ນສາມາດປະຕິບັດໄດ້ລື່ນແຜນການ ໂດຍມີມູນຄ່າການລົງທຶນຫຼາຍກວ່າ 31.414 ຕື້ກີບ ທຽບໃສ່ແຜນການປີທີ່ວາງໄວ້ມີພຽງແຕ່ 16.700 ຕື້ກີບ ຖືວ່າລື່ນແຜນການຫຼາຍກວ່າ 14.000 ຕື້ກວ່າກີບ.
ທ່ານອຸດອນໄດ້ກ່າວຕື່ມວ່າ: ການລົງທຶນຢູ່ ນວ ໃນປີ 2020 ນີ້ພົບວ່າການລົງທຶນຂອງນັກລົງທຶນລາວ ແລະ ຕ່າງປະເທດມີມູນຄ່າສູງເຖິງ 20.345 ຕື້ກວ່າກີບ, ທຶນຍາດແຍ່ງເອົາການຊ່ວຍເຫຼືອລ້າ ແລະ ກູ້ຢືມດອກເບ້ຍຕໍ່າ 614,53 ຕື້ກີບ, ການລົງທຶນຈາກທະນາຄານ ແມ່ນ 10.351 ຕື້ກວ່າກີບ ແລະ ການລົງທຶນຈາກງົບປະມານພາຍໃນປະຕິບັດໄດ້ 93,76 ຕື້ກວ່າກີບ.
ຂ່າວ: ວຽງຈັນທາຍ
ພາບປະກອບ

