ການລ້ຽງນົກກະຈອກເທດກໍາລັງໄດ້ຮັບຄວາມນິຍົມຢູ່ ສປປ ລາວ

ການລ້ຽງນົກກະຈອກເທດກໍາລັງໄດ້ຮັບຄວາມນິຍົມຢູ່ ສປປ ລາວ

ນົກກະຈອກເທດເປັນນົກທີ່ມີລາຄາແພງ ແລະ ລ້ຽງງ່າຍຈຶ່ງເຮັດໃຫ້ມີປະຊາຊົນຈໍານວນຫຼາຍ ຫຼື ຜູ້ທີ່ມີເງື່ອນໄຂໄດ້ຫັນມາລ້ຽງເພື່ອເປັນເສດຖະກິດຄອບຄົວ.
ທ່ານ ແກ້ວສັນຕິສຸກ ໄຊຄໍາວົງ ກໍ່ເປັນຜູ້ໜຶ່ງທີ່ໄດ້ຫັນມາລ້ຽງນົກກະຈອກເທດເປັນເສດຖະກິດຄອບຄົວ ຊຶ່ງທຳອິດໄດ້ທົດລອງລ້ຽງພຽງ 5-6 ໂຕ, ແຕ່ໃນປັດຈຸບັນນີ້ຢູ່ຟາມຂອງເພີ່ນມີນົກກະຈອກເທດແລ້ວ 60 ໂຕ.
ທ່ານ ແກ້ວສັນຕິສຸກ ໄຊຄໍາວົງໄດ້ກ່າວວ່າ: ນົກກະຈອກເທດເປັນສັດທີ່ລ້ຽງງ່າຍ, ທົນທານຕໍ່ອາກາດຮ້ອນ, ພຽງແຕ່ເຮັດຄອກມຸງຫຼັງຄາ ແລະ ເຮັດຮົ້ວສູງໃສ່ຕາໜ່າງເຫຼັກກັນບໍ່ໃຫ້ເຕັ້ນອອກ ແລະ ນົກກະຈອກເທດກິນພຶດໄດ້ເກືອບທຸກະນິດ ລວມທັງຫົວອາຫານ ແລະ ກິນບໍ່ຫຼາຍປະມານ 1-1,5% ຂອງນໍ້າໜັກໂຕ ຊຶ່ງໂຕໃຫຍ່ສຸດຈະມີນໍ້າໜັກປະມານ 130-150 ກິໂລ, ສອງປີກ່ອນແມ່ນໄດ້ທົດລອງລ້ຽງພຽງ 5-6 ໂຕໂດຍໄດ້ນໍາເຂົ້າມາຈາກຕ່າງປະເທດ ພາຍຫຼັງທີ່ໄດ້ລ້ຽງມາເຫັນວ່າບໍ່ມີຄວາມຫຍຸ້ງຍາກຈຶ່ງໄດ້ມີການຂະຫຍາຍພັນນົກກະຈອກເທດຕື່ມ ແລະ ປັດຈຸບັນນີ້ຢູ່ໃນຟາມມີນົກກະຈອກເທດແລ້ວ 60 ໂຕ ຊຶ່ງເປັນແມ່ພັນ 40 ໂຕ ແລະ ພໍ່ພັນ 20 ໂຕ ໂດຍມີຟາມລ້ຽງຢູ່ 2 ແຫ່ງຄື: ຢູ່ບ້ານຖໍ້າ ເມືອງນາຊາຍທອງ ແລະ ບ້ານໂຊກໃຫຍ່ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.
ທ່ານ ແກ້ວສັນຕິສຸກໄດ້ກ່າວຕື່ມວ່າ: ການຂາຍນົກກະຈອກເທດແມ່ນຈະຂາຍແຕ່ໂຕນ້ອຍ ຊຶ່ງມີອາຍຸປະມານ 20 ກວ່າວັນ ຫາ 45 ວັນ ລາຄາປະມານ 1.500.000 ຫາ 2.000.000 ກີບຕໍ່ໂຕ, ໄຂ່ທີ່ມີນໍ້າເຊື້ອລາຄາປະມານ 600.000 ຫາ 800.000 ກີບຕໍ່ໜ່ວຍ ແລະ ໄຂ່ບໍ່ມີນໍ້າເຊື້ອ (ໄຂ່ຮ່ວນ) ຂາຍປະມານ 100.000-120.000 ກີບຕໍ່ໜ່ວຍ ໂດຍຂາຍໃຫ້ປະຊາຊົນທົ່ວໄປ.

ຂໍ້ມູນ: ຂປລ

 

Related Articles

Leave a Reply