ມີຜູ້ເຂົ້າສອບເສັງ ທັງໝົດ 288 ຄົນ ທີ່ເປັນຕົວແທນຂອງ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ທົ່ວປະເທດ ເຂົ້າຮ່ວມ ການສອບເສັງດັ່ງກ່າວ.
ການສອບເສັງ ມີ4 ວິຊາຫຼັກ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ.
ວາລະດໍາເນີນການແຂ່ງຂັນແມ່ນເລີ່ມ ວັນທີ 20 ແລະ ມື້ປະກາດຜົນການສອບເສັງ ແລະ ມອບລາງວັນແມ່ນ ວັນທີ 24 ເມສາ.

ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ດາລາວອນ ກິດຕິພັນ ໃຫ້ກຽດເປັນປະທານກ່າວເປີດພິທີການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ.
ທ່ານ ປອ ດາລາວອນ ກ່າວວ່າ: ການສອບເສັງແຂ່ງຂັນນັກຮຽນເກັ່ງ ລະດັບຊາດ ຊັ້ນມັດທະຍົມສຶກສາ ເປັນກິດຈະກຳບຸລິມະສິດທີ່ມີຄວາມສໍາຄັນ ແລະ ໄດ້ຈັດຕັ້ງປະຕິບັດທຸກໆສົກຮຽນ.
ໂດຍມີຈຸດປະສົງ ເພື່ອວັດ ແລະ ປະເມີນຜົນ ຜົນສໍາເລັດດ້ານການສິດສອນ ຂອງຄູ ແລະ ຜົນການຮຽນຂອງນັກຮຽນ.
ເພື່ອສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກ ດ້ານຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ.
ເພື່ອສົ່ງເສີມ ແລະ ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງ ຢູ່ໃນໂຮງຮຽນມັດທະຍົມ ໃນຂອບເຂດທົ່ວປະເທດ ໃຫ້ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ. ໃຫ້ນັກຮຽນໄດ້ ມີຄວາມບຸກບືນ ແລະ ແຂ່ງຂັນກັນຮຽນຫຼາຍຂື້ນ
ນອກຈາກການສອບເສັງ 4 ວິຊາແລ້ວ, ຍັງຈະໄດ້ຈັດໃຫ້ມີການແຂ່ງຂັນ ຖາມ-ຕອບ ວິທະຍາສາດ ເປັນເວລາ 1 ວັນ ແລະ ນໍາພານັກຮຽນໄປທັດສະນະສຶກສາ ສະຖານທີ່ປະຫັວດສາດ, ມູນເຊື້ອວັດທະນະທໍາ ແລະ ໂຮງຮຽນມັດທະຍົມນານາຊາດ ຕື່ມອີກ.
ຂະບວນການຄັດເລືອກນັກຮຽນເກັ່ງແມ່ນໄດ້ມີການຄັດເລືອກເລີ່ມແຂ່ງຂັນ ແລະ ຄັດເລືອກແຕ່ ຂັ້ນໂຮງຮຽນ.
ກົມສາມັນສຶກສາໃນນາມຜູ້ຮັບຜິດຊອບຈັດຕັ້ງການສອບເສັງແຂ່ງຂັນໃນຄັ້ງນີ້ ໄດ້ແຈ້ງການເຖິງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ເພື່ອດໍາເນີນການສອບເສັງຄັດເລືອກເອົານັກຮຽນເກັ່ງລະດັບແຂວງ/ນະຄອນຫຼວງວຽງຈັນ.

