ການສະກັດກັ້ນການລະບາດພະຍາດໄຂ້ເລືອດອອກ ທຸກຄົນຕ້ອງມີສ່ວນຮ່ວມ

ການສະກັດກັ້ນການລະບາດພະຍາດໄຂ້ເລືອດອອກ ທຸກຄົນຕ້ອງມີສ່ວນຮ່ວມ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ນໍາໃນໂອກາດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ພຶດສະພາ 2020 ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 21-22 ພຶດສະພາ 2020 ທີ່ຜ່ານມາ ໃຫ້ສືບຕໍ່ເຝົ້າລະວັງ ແລະ ສະກັດກັ້ນການລະບາດພະຍາດໄຂ້ເລືອດອອກ ໃນຂອບເຂດທົ່ວປະເທດ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນທີ່ຈະມາເຖິງນີ້ ບໍ່ໃຫ້ມີການແຜ່ຂະຫຍາຍ.

ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງກຽມຮັບມືແຕ່ຫົວທີ, ພ້ອມທັງໂຄສະນາໃຫ້ປະຊາຊົນປະຕິບັດຕາມ 5 ປ ຂອງຂະແໜງສາທາລະນະສຸກໄດ້ວາງອອກ ພ້ອມທັງແນະນໍາໃຫ້ປະຊາຊົນເວລາເຈັບເປັນຕ້ອງໄປພົບແພດໝໍ ຫຼີກເວັ້ນການຊື້ຢາໄປກິນເອງ ເພາະອາດເປັນອັນຕະລາຍແກ່ຊີວິດຂອງປະຊາຊົນ. ພ້ອມກັນນັ້ນ ກໍ່ໃຫ້ເຝົ້າລະວັງພະຍາດທີ່ອາດຈະລະບາດຈາກສັດ ໃນໄລຍະລະດູຝົນນີ້ເຊັ່ນກັນ.

ນອກຈາກນີ້ ທ່ານ ນາຍົກ ກໍ່ຊີ້ນໍາໃຫ້ສືບຕໍ່ຕິດຕາມເຝົ້າລະວັງ ແຕ່ຫົວທີສະພາບການປ່ຽນແປງຂອງດິນຟ້າອາກາດ ພ້ອມທັງພັດທະນາລະບົບການແຈ້ງເຕືອນໃຫ້ທັນເວລາ ແລະ ແຈ້ງເຕືອນປະຊາຊົນ ໃຫ້ກຽມພ້ອມຮັບມືກັບພະຍຸລະດູຮ້ອນທີ່ອາດຈະເກີດຂຶ້ນ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

ຂໍ້ມູນຫຼ້າສຸດ ຈາກກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ວ່າ ໃນປີ 2019 ຜ່ານມາມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກທັງໝົດ 39,091 ຄົນ, ເສຍຊີວິດ 76 ຄົນ, ປີ 2020 ມາຮອດວັນທີ 22 ພຶດສະພາ 2020 ມີຜູ້ຕິດເຊື້ອ ທັງໝົດ 1,337 ຄົນ, ເສຍຊີວິດ 4 ຄົນຢູ່ນະຄອນຫຼວງວຽງຈັນ 2, ໄຊຍະບູລີ 1 ແລະ ແຂວງຄຳມ່ວນ 1 ຄົນ, ຖືວ່າເປັນພະຍາດໜຶ່ງທີ່ມີຄວາມຮຸນແຮງ ແລະ ກໍ່ໄດ້ຮຽກຮ້ອງພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງໄດ້ເປັນເຈົ້າການໃນການທຳລາຍ ແຫຼ່ງເພາະພັນຍຸງລາຍ ເພື່ອເປັນການສະກັດກັ້ນພະຍາດດັ່ງກ່າວ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ: ໜັງສືພິມສະຫວັນພັດທະນາ

Related Articles

Leave a Reply