ການນຳເຂົ້າເຄື່ອງອຸປະໂພກ-ບໍລິໂພກ ແລະ ສິນຄ້າປະເພດຕ່າງໆ ພາຍໃນແຂວງສະຫວັນນະເຂດ ໃນໄລຍະ 6 ເດືອນຕົ້ນປີ 2020 ມີປະລິມານຫຼຸດລົງ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຍ້ອນຄວາມ ວິຕົກກັງວົນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມີການເຂົ້າໃຈວ່າຈະມີການປິດດ່ານ ລະ ຫວ່າງປະເທດ ຫຼື ປິດປະເທດ.
ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ສະຫວັນນະເຂດ ທ່ານ ໂພສີສ້ອຍ ກຸທິລາດ ແຈ້ງໃຫ້ ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີສາມາດສ້າງມູນຄ່າ ການນຳ ເຂົ້າ-ສົ່ງອອກໄດ້ທັງໝົດ 9.248 ຕື້ກີບ, ທຽບໃສ່ແຜນການແມ່ນປະຕິບັດໄດ້ 38,64% , ສາເຫດ ທີ່ເຮັດໃຫ້ການສົ່ງອອກບໍ່ບັນລຸຕາມແຜນການແມ່ນຍ້ອນໝວດສີນຄ້າອຸດສາຫະກຳບໍ່ສາມາດໄດ້ ເປັນປົກກະຕິ, ໂດຍສະເພາະແມ່ນຜະລິດຕະພັນທີ່ນອນຢູ່ໃນເຂດເສດຖະກິດພີເສດເຊັ່ນ: ເຄື່ອງເອເລັກໂຕຣນິກ, ເລັນແວ່ນ ຕາ, ຜະລິດຕະພັນຢາສູບ, ແຜ່ນທອງແດງມີມູນຄ່າຫຼຸດ ລົງ. ລວມຍອດມູນຄ່າຜະລິດຕະພັນໃນທົ່ວແຂວງ 6 ເດືອນຕົ້ນປີເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນຫຼຸດລົງ -20,96, ມູນຄ່າການສົ່ງອອກຜະລິດຕະພັນອຸດສາຫະກໍາ ແລະ ຫັດຖະກໍາ ປະຕິບັດໄດ້ 234, 30 ລ້ານໂດລາ, ດ້ານວຽກງານດັດສົມໂຮງງານແມ່ນໄດ້ຮ່ວມກັບໜ່ວຍ ງານທີ່ກ່ຽວຂ້ອງລົງດັດສົມໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີຢູ່ເມືອງທ່າປາງທອງ, ເມືອງອຸທຸມພອນ, ເມືອງນອງ, ເມືອງພີນ, ເມືອງພະລານໄຊ, ເມືອງອາດສະພອນ ແລະ ເມືອງອາດສະພັງທອງ ແມ່ນສໍາເລັດແລ້ວ, ຊຶ່ງປະຈຸບັນກໍາລັງສຶບຕໍ່ລົງດັດສົມ ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ ຢູ່ 02 ເມືອງ ຄື: ນະຄອນໄກສອນພົມວິຫານ ແລະ ເມືອງສອງຄອນທີ່ຍັງເຫຼືອຈໍານວນ 140 ແຫ່ງ, ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ພັດທະນາຕາຫນ່າງການຄ້າແມ່ນໄດ້ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າຍຸດທະສາດ ແລະ ສິນຄ້າກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນຂະແຫນງອຸດສາຫະກໍາ ແລະ ການຄ້າແມ່ນໄດ້ຄຸ້ມຄອງຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີຜົນກະທົບແຮງຕໍ່ສັງຄົມ ທາງດ້ານປະລິມານ.
ທ່ານ ໂພສີສ້ອຍ ກຸທິລາດ ໃຫ້ຮູ້ຕື່ມອີກວ່າ : ຜ່ານມາ ສະພາບການນໍາເຂົ້າສິນຄ້າ, ການສະຫນອງ ສິນຄ້າ ແລະ ການຈໍລະຈອນແຈກຢາຍສິນຄ້າພາຍໃນແຂວງ ແມ່ນມີຄວາມຫຍຸ້ງຍາກພໍສົມຄວນ ໂດຍສະເພາະແມ່ນ ການຂົນສົ່ງສິນຄ້າອຸປະໂພກ-ບໍລິໂພກ ຂອງບັນດາບໍລິສັດນໍາເຂົ້າ ທີ່ສົ່ງສິນຄ້າໃຫ້ແກ່ບັນດາຮ້ານຄ້າຂາຍຍ່ອຍຢູ່ຕາມ ຕົວເມືອງຕ່າງໆ.
ຂ່າວ-ພາບ: ຄຳພັນ

