ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ກຽມເປີດ ການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ຄັ້ງທີ II ຊີງຂັນນາຍົກລັດຖະມົນຕີ, ລະຫວ່າງວັນທີ 3-6 ທັນວາ 2020 ທີ່ສະໂມສອນກິລາດອກປີກໄກ່ເສດຖາ (ບ້ານ ບຶງຂະຫຍອງ ), ປັດຈຸບັນ ມີທີມຍື່ນສະໝັກເຂົ້າຮ່ວມທັງໝົດ 59 ທີມ ຈາກ 28 ພາກສ່ວນ ທີ່ມາຈາກພາຍໃນນະຄອນຫຼວງວຽງຈັນ ແລະ ມາຈາກແຂວງຕ່າງໆ.
ປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ບຸນເຫລືອ ສິນໄຊວໍລະວົງ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 30 ພະ ຈິກ 2020 ທີ່ຫ້ອງປະຊຸມຄະນະກຳມະການໂອແລັມປິກແຫ່ງຊາດລາວ ວ່າ : ຈຸດປະສົງການແຂ່ງຂັນໃນຄັ້ງນີ້ ແມ່ນແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນຊາດ ວັນທີ 2 ທັນວາຄົບຮອບ 45 ປີ, ສ້າງຂະບວນ ການແຂ່ງຂັນ ແລະ ການຫຼິ້ນກິລາດອກປີກໄກ່ພາຍໃນປະເທດໃຫ້ມີຄວາມຟົດຟື້ນ, ຊຶ່ງເປັນເວທີໃຫ້ນັກກິລາໄດ້ມີໂອ ກາດໃນການທົດສອບສີມືຂອງຕົນເອງ ແລະ ເລືອກໄດ້ ນັກກິລາດີເດັ່ນ ປະກອບເຂົ້າເປັນນັກກິລາທີມຊາດໃນແຕ່ ລະລຸ້ນ ຕາມວິໄສທັດຂອງຄະນະບໍລິຫານງານສະຫະພັນກິລາດອກປີກໄກ່ຊຸດໃໝ່ ຄື: “ ເຂັ້ມແຂງ, ມີຄຸນນະພາບ, ເຊື່ອມໂຍງ ແລະ ເປັນກິລາເພື່ອທຸກຄົນ ”
ການແຂ່ງຂັນໃນຄັ້ງນີ້ມີທັງໝົດ 6 ລາຍການ ຄື: ທີມຊາຍທົ່ວໄປ 18 ທີມ, ທີມຍິງທົ່ວໄປ 8 ທີມ, ທີມປະສົມທົ່ວໄປ 9 ທີມ, ທີມເຍົາວະຊົນຊາຍ 13 ທີມ, ທີມເຍົາວະຊົນປະສົມ 5 ທີມ ແລະ ທີມອາວຸໂສຊາຍ 6 ທີມ, ໂດຍໄດ້ຮັບການອຸປະຖໍາຈາກບໍລິສັດຈຳນວນຫນຶ່ງ ຫຼາຍກວ່າ 300 ລ້ານກີບ ເພື່ອໃຊ້ເຂົ້າໃນການຈັດງານແຂ່ງຂັນຄັ້ງນີ້.
ຂ່າວ: ວຽງຈັນທາຍ
ຮູບ: ປະກອບ

