ການແຂ່ງຂັນຕີຄີໃນງານບຸນນະມັດສະການພະທາດຫຼວງລະຫວ່າງທີມປະຊາຊົນ ແລະ ທີມລັດຖະບານ ທີ່ໄດ້ຈັດຂຶ້ນໃນຕອນບ່າວມື້ວັນທີ 31 ຕຸລາທີ່ຜ່ານມາ ທີ່ເດີ່ນພະທາດຫຼວງ ຜົນປະກົດວ່າທີມປະຊາຊົນຊະນະທີມລັດຖະບານ 5 ຕໍ່ 4 ລູກ ຊຶ່ງຜົນການແຂ່ງຂັນກໍ່ເໝືອນກັບທຸກໆປີທີ່ທີມປະຊາຊົນຕ້ອງຊະນະທີມລັດຖະບານ.
ຫຼາຍທ່ານອາດຈະຍັງບໍ່ຮູ້ວ່າເປັນຫຍັງທີມລັດຖະບານຕ້ອງຍອມເສຍໃຫ້ທີມປະຊາຊົນໃນການແຂ່ງຂັນຕີຄີໃນງານບຸນນະມັດສະການພະທາດຫຼວງທຸກໆປີ ນັ້ນມີຄວາມໝາຍວ່າຍາມໃດພັກ, ລັດ ແມ່ນຖືເອົາຊີວິດການເປັນຢູ່ຂອງປະຊາຊົນເປັນຫຼັກ, ສຸມສະຕິປັນຍາ ແລະ ເຫື່ອແຮງເພື່ອປະເທດຊາດ ແລະ ປະຊາຊົນ.
ຂ່າວ: ວຽງຈັນທາຍ

