ກຽມງານ​ບຸນອຸທິດ, ຍ້າຍເຖົ່າຝຸ່ນອັດຖິ ປະທານໄກສອນ ໄປສູ່ສຸສານແຫ່ງຊາດ

ກຽມງານ​ບຸນອຸທິດ, ຍ້າຍເຖົ່າຝຸ່ນອັດຖິ ປະທານໄກສອນ ໄປສູ່ສຸສານແຫ່ງຊາດ

ລັດຖະບານລາວ ກຽມ ຍ້າຍເຖົ່າຝຸ່ນອັດຖິ ຂອງ ທ່ານປະທານໄກສອນ ພົມວິຫານ ຈາກອະນຸສອນສະຖານ ຫຼັກ 6 ໄປສູ່ສຸສານແຫ່ງຊາດ ຫຼັກ 24, ໃນວັນທີ 11 ທັນວາ 2020 ນີ້, ຊຶ່ງຈະໄດ້ນິມົນພະສົງ ມາທໍາພິທີທາງສາດສະໜາ ທີ່ອະນຸສອນສະຖານ ຫຼັກ 6 ເລີ່ມແຕ່ ເວລາ 8.30 ໂມງ, ພາຍຫຼັງສິ້ນສຸດພິທີດັ່ງກ່າວ ແມ່ນເລີ່ມກຽມ ຕັ້ງຂະບວນເຄື່ອນອອກໄປຈາກຫຼັກ 6 ໄປສູ່ສຸສານແຫ່ງຊາດ ໂດຍມີລົດເປີດທາງ ແລະ ລົດກອງກຽດຕິຍົດ, ໂດຍເຂົ້າຮ່ວມພິທີ: ຈາກຫ້ອງວ່າການສູນກາງພັກ-ພິພິທະພັນໄກສອນ ພົມວິຫານ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ພົມວິຫານ ຄາດຄະເນຜູ້ເຂົ້າຮ່ວມທັງໝົດ 30-40 ທ່ານ.
ພາຍຫຼັງສໍາເລັດພິທີແລ້ວ ແມ່ນນິມົນພະສົງກັບມາສັນເພນຢູ່ຫຼັກ 6 ພ້ອມທັງ ກຽມງານບຸນອຸທິດເຖິງ ປະທານ ໄກສອນ ພົມວິຫານ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ຄົບຮອບ 100 ປີ (13/12/1920-13/12/2020), ວັນທີ 12-13 ທັນວາ 2020 ທີ່ຫໍພິພິດທະພັນ ປະທານ ໄກສອນ ພົມວິຫານ  ຫຼັກ 6 ນະຄອນຫຼວງວຽງຈັນ.
ສໍາລັບ ວັນທີ 12 ທັນວາ 2020 ນີ້ ເລີ່ມແຕ່ເວລາ 8.30 ໂມງ, ຄອບຄົວ ພົມວິຫານ ແລະ ການຈັດຕັ້ງຈໍານວນໜຶ່ງ ພ້ອມດ້ວຍຍາດພີ່ນ້ອງ ໄປເຕົ້າໂຮມກັນຢູ່ວັດສີສະເກດ ເພື່ອກະກຽມພິທີແຫ່ນາກບວດພະ-ສາມະເນນ ບວດໃໝ່, ຊຶ່ງເວລາ 11.00 ໂມງ ຖວາຍເພນພະສົງ-ສາມະເນນ ຢູ່ວັດສີສະເກດ. ຫຼັງຈາກນັ້ນ ເວລາ 13.00 ໂມງ ຕົກແຕ່ງກອງບຸນ ແລະ ຮັບການເພາະໂມທະນາທານ. ເວລາ 16.30 18.30 ໂມງ ເຕົ້າໂຮມພະສົງ (ຕາມຈໍານວນນິມົນ 113 ອົງ) ແລະ ການນໍາພັກ-ລັດ ແລະ ມວນຊົນ ເຂົ້າຮ່ວມພິທີສູດປະລິຕະມຸງຄຸນ ດໍາເນີນຕາມວາລະທີ່ໄດ້ກໍານົດແລ້ວນັ້ນ ແລະ ເວລາ 19.00 ໂມງ ຮັບເພາະໂມທະນາທານ, ຄົບງັນ ຕາມວາລະ-ລາຍການ.
ສໍາລັບມື້ສຸດທ້າຍ ວັນທີ 13 ທັນວາ 2020 ນີ້, ເວລາ 06.00 ໂມງ – 07.00 ໂມງ ເຕົ້າໂຮມກັນ ແລະ ດໍາເນີນພິທີໄຫວ້ພະ-ລາດທະນາສິນ ຖວາຍກອງ ແລະ ຕັກບາດ-ຢາດນ້ຳຕາມວາລະ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply