ຂີ່ລົດຖີບ ຊີງຂັນປະທານ ສນຊ ຈະມີນັກກິລາເຂົ້າຮ່ວມ 500 ຄົນ

ຂີ່ລົດຖີບ ຊີງຂັນປະທານ ສນຊ ຈະມີນັກກິລາເຂົ້າຮ່ວມ 500 ຄົນ

ການແຂ່ງຂັນຂີ່ລົດຖີບ ຊີງຂັນປະທານສູນກາງແນວລາວສ້າງຊາດ (ສນຊ), ແໃສ່ສ້າງຂະບວນການຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງຫາ 1950 – 13 ສິງຫາ 2020),ຈະຈັດຂຶ້ນໃນວັນທີ 08 ສິງຫາ 2020, ຄາດວ່າ ຈະມີນັກກິລາເຂົ້າຮ່ວມກິດຈະກໍາດັ່ງກ່າວ 500 ຄົນ.

ທ່ານ ກາບຊ້ອນ ສຸວັນນະຣາຊ໌ ເລຂາທິການ ສະຫະພັນລົດຖີບແຫ່ງຊາດລາວ ແຈ້ງໃຫ້ຊາບວ່າ: ການແຂ່ງຂັນຄັ້ງນີ້ ຈະເລີ່ມແຕ່ເວລາ 06:30 ໂມງເປັນຕົ້ນໄປ, ແຍກອອກເປັນ 2 ປະເພດຄື: ປະເພດທີໜຶ່ງ ແມ່ນການຂີ່ລົດຖີບສາມັກຄີ (ແບບປວງຊົນ) ຊຶ່ງຈະເລີ່ມຈາກເດີ່ນທາດຫຼວງ ຂີ່ໄປຕາມເສັ້ນທາງບ້ານໂພນສະອາດ, ບ້ານສາຍລົມ, ມຸ້ງໄປຕາມເສັ້ນທາງແຄມຂອງ ອະນຸສາວະລີເຈົ້າຟ້າງຸ່ມ ແລ້ວໄປໂຄ້ງທີ່ 4 ແຍກ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ມຸ້ງໜ້າໄປທາງທາດຂາວ ສີເມືອງ, ໄປຕາມເສັ້ນທາງ 3 ແສນໄທ ລ້ຽວຂວາຂຶ້ນທາງປະຕຸໄຊ ກັບຄືນໄປຈຸດເລີ່ມຕົ້ນ, ໂດຍລວມມີໄລຍະທາງ 12 ກິໂລແມັດ.

ສໍາລັບປະເພດທີສອງ ແມ່ນການແຂ່ງຂັນຊິງຊັນປະທານ ສນຊ, ແບ່ງອອກເປັນ 3 ລຸ້ນ ຄື: ລຸ້ນທົ່ວໄປ, ລຸ້ນອາຍຸ 30-39 ປີ ແລະ ລຸ້ນ ອາຍຸ 40 ປີ ຂຶ້ນໄປ, ໄລຍະທາງ 70 ກິໂລແມັດ ຊຶ່ງຈຸດເລີ່ມຕົ້ນຈາກເດີ່ນທາດຫຼວງ ຂີ່ໄປໂຄ້ງທີ່ປະຕຸໄຊ ເມືອງຈັນທະບູລີ ມຸ້ງໜ້າໄປຕາມເສັ້ນທາງ 13 ໃຕ້ ເມືອງໄຊເສດຖາ ແລະ ເມືອງ ໄຊທານີ ກ່ອນຈະໂຄ້ງເຂົ້າເສັ້ນທາງ 450 ປີ ໄປຕານເສັ້ນທາງ ເມືອງໄຊເສດຖາ ຫາ ເມືອງ ຫາດຊາຍຟອງ ໄປໂຄ້ງສາມແຍກບ້ານທ່ານາແລ້ງ ກັບຄືນເສັ້ນທາງເດີມ ມຸ້ງໜ້າໄປຈຸດເລີ່ມຕົ້ນ.

ສໍາລັບ ກິດຈະກໍາແຂ່ງຂັນຂີ່ລົດຖີບຄັ້ງນີ້ ຈັດໂດຍ ສູນກາງແນວລາວສ້າງຊາດ ຮ່ວມກັບ ສະຫະພັນລົດຖີບແຫ່ງຊາດລາວ

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ

Related Articles

Leave a Reply