ຄະດີອາຍາທີ່ສານປະຊາຊົນສູງສຸດຕັດສິນຫຼາຍກວ່າໝູ່ແມ່ນຄະດີຢາເສບຕິດ

ຄະດີອາຍາທີ່ສານປະຊາຊົນສູງສຸດຕັດສິນຫຼາຍກວ່າໝູ່ແມ່ນຄະດີຢາເສບຕິດ

ໃນປີ 2026, ສານປະຊາຊົນມີຄະດີຄ້າງມາຈາກປີ 2025 ຈຳນວນ 3.738 ເລື່ອງ ແລະ ຄະດີເຂົ້າໃໝ່ 9.506 ເລື່ອງ, ລວມທັງໝົດ 13.244 ເລື່ອງ ຊຶ່ງຄະດີອາຍາທີ່ເກີດຂຶ້ນຫຼາຍກວ່າໝູ່ ແມ່ນຄະດີຢາເສບຕິດ, ຄະດີແພ່ງ ແມ່ນຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ຄະດີການຄ້າ ແມ່ນຂໍ້ຂັດແຍ່ງກ່ຽວກັບສັນຍາກູ້ຢືມ ແລະ ອື່ນໆ.

ໃນດ້ານການປາບປາມການສໍ້ລາດບັງຫຼວງ ສານປະຊາ ຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນຄະດີຈຳນວນ 6 ເລື່ອງ ມີຈຳເລີຍ 27 ຄົນ (ຍິງ 5 ຄົນ); ສ່ວນສານປະຊາຊົນແຂວງອັດຕະປືໄດ້ຕັດສິນ 1 ເລື່ອງ ມີຈຳເລີຍ 15 ຄົນ, ຍິງ 4 ຄົນ. ໃນຄະດີດັ່ງກ່າວ, ມີຜູ້ຖືກຕັດສິນລົງໂທດຈຳຄຸກຕະຫຼອດຊີວິດ 26 ຄົນ (ຍິງ 4 ຄົນ).

ຂໍ້ມູນທີ່ກ່າວມາຂ້າງເທິງນັ້ນ ແມ່ນທ່ານ ໄພວີ ສີບົວລີພາ ປະທານສານປະຊາຊົນສູງສຸດ ໄດ້ລາຍງານຜົນການຈັດຕັ້ງປະຕິບັແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 9 ຕຸລາ 2026 ທີ່ຜ່ານມາ.

ທີ່ມາ: ຂປລ

Related Articles