ຈູດທຳລາຍຢາເສບຕິດຫຼາຍລາຍການເນື່ອງໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດ

ຈູດທຳລາຍຢາເສບຕິດຫຼາຍລາຍການເນື່ອງໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດ

ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ໃນວັນເສົາທີ່ຜ່ານມາເພື່ອສະເຫຼີມສະຫຼອງວັນແຫ່ງ ຊາດ ຕ້ານຢາເສບຕິດ ຄົບຮອບ 25 ປີ (12 ຕຸລາ 2001 ຫາ 12 ຕຸລາ 2026) ໂດຍການເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນທັງເປັນ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນວ.

ຢາເສບຕິດທີ່ຈູດທຳລາຍປະກອບມີຢາບ້າ ຈໍານວນ 1,341 ກິໂລ ກັບ 535 ກຣາມ; ຢາໄອ ຈໍານວນ 1,772 ກິໂລ ກັບ 720 ກຣາມ; ຄໍລາເຈັນປະສົມຢາເສບຕິດ ຈໍານວນ 767 ກິໂລ ກັບ 300 ກຣາມ; ຄັນຊາແຫ້ງ ຈຳນວນ 8 ກິໂລ ກັບ 578 ກຣາມ; ເຮໂຣອິນ ຈໍານວນ 3 ກິ ໂລ ກັບ 13 ກຣາມ; ຢາເຄຕາມິນ ຈໍານວນ 1 ກິໂລ. ລວມຢາເສບຕິດທີ່ນໍາມາຈູດທຳລາຍຄັ້ງນີ້ ມີທັງໝົດ 3,894 ກິໂລ ກັບ 263 ກຣາມ. ໃນນີ້, ມີຢາເສບຕິດຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະ ຊວງປ້ອງກັນຄວາມສະຫງົບ ຈຳນວນ 1,791 ກິໂລ ກັບ 38 ກຣາມ.

ທີ່ມາແຫຼ່ງຂໍ້ມູນຂ່າວ: ວຽງຈັນໃໝ່

Related Articles