ຄະນະນັກສຶກສາຈີນ ທີ່ສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານພົບປະ ສັງສັນສະຫຼອງບຸນກຸດຈີນ 2026 ຂຶ້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ ມຊ, ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີໃນຕອນບ່າຍຂອງວັນທີ 19 ມັງກອນ 2026 ທີ່ຜ່ານມາ.
ໃຫ້ກຽດເຂົ້າຮ່ວມໃນງານຄັ້ງນີ້ມີ ທ່ານສຈ. ປອ. ເດຊານຸລາດ ແສນດວງເດດ, ຜູ້ອຳນວຍການໃຫຍ່ ມຊ; ທ່ານວັນໄຊ ຕະວິນຍານ, ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ອາດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ; ທ່ານວົງສິນ ໃຊຍະວົງ, ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ; ທ່ານດຣ. ຄຳແກ້ວ ຮັນຊະນະ, ຮອງຫົວໜ້າກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ; ພ້ອມດ້ວຍຄະນະນຳຫ້ອງການ, ພາກວິຊາ, ນັກສຶກສາຈີນທີ່ຮຽນຢູ່ ມຊ ແລະ ນັກສຶກສາຈາກພາກວິຊາອື່ນໆ ມີຕົວແທນຈາກພາກວິສາຫະກິດຈີນທີມາລົງທຶນຢູ່ລາວເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີເປີດງານ, ທ່ານສຈ. ປອ. ເດຊານຸລາດ ແສນດວງເດດ ໄດ້ມີຄໍາເຫັນເນັ້ນໜັກວ່າ: ງານສະຫຼອງບຸນກຸດຈີນຄັ້ງນີ້ບໍ່ພຽງແຕ່ເປັນການເຕົ້າໂຮມຄວາມມ່ວນຊື່ນເທົ່ານັ້ນ, ແຕ່ຍັງເປັນ ເວທີສຳຄັນໃນການສົ່ງເສີມການແລກປ່ຽນວັດທະນະທຳແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເລິກເຊິ່ງ ລະຫວ່າງ ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ມີມາຢ່າງຍາວນານເກືອບ 65 ປີ. ທ່ານໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານຈີນ ທີ່ໄດ້ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ແລະ ການສຶກສາຢູ່ ມຊ ຢ່າງເປັນຮູບປະທຳ ເປັນຕົ້ນແມ່ນຜ່ານສະຖາບັນຂົງຈື, ຫຼັກສູດພາສາຈີນ ແລະ ການຮ່ວມມືດ້ານປັນຍາປະດິດ (AI). ພ້ອມກັນນັ້ນ, ທ່ານຍັງໄດ້ຍ້ອງຍໍຊົມເຊີຍຄະນະນັກສຶກສາຈີນ ທີ່ເປັນເຈົ້າການສ້າງບັນຍາກາດອັນອົບອຸ່ນໃຫ້ແກ່ເພື່ອນນັກສຶກສາ ແລະ ເປັນຂົວຕໍ່ໃຫ້ຊາວໜຸ່ມທັງສອງຊາດໄດ້ເພີ່ມພູນຄູນສ້າງຄວາມສາມັກຄີ, ພ້ອມທັງອວຍພອນໃຫ້ໄມຕີຈິດມິດຕະພາບ ລາວ-ຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ທ້າວZhou Xiaoxiao, ປະທານຄະນະນັກສຶກສາຈີນ ທີ່ສຶກສາຢູ່ ມຊ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ໃຫ້ການສະໜັບສະໜູນ. ທ່ານໄດ້ຊີ້ໃຫ້ເຫັນວ່າ ບຸນກຸດຈີນ ແມ່ນສັນຍາລັກຂອງການເລີ່ມຕົ້ນໃໝ່ ແລະ ຄວາມຫວັງ. ງານໃນມື້ນີ້ໄດ້ຈັດກິດຈະກຳທີ່ຫຼາກຫຼາຍ ເຊັ່ນ: ການຮ້ອງເພງປີໃໝ່ລາວ-ຈີນ, ການຟ້ອນພື້ນເມືອງ ແລະ ທັນສະໄໝ, ການສະແດງແຟຊັ່ນຊົນເຜົ່າ ແລະ ກິດຈະກຳສ້າງສັນອື່ນໆ ທີ່ສະແດງເຖິງພະລັງຂອງໄວໜຸ່ມ. ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຶກສາຈີນທຸກຄົນ ຈົ່ງຕັ້ງໃຈຮຽນ, ເລົ່າເລື່ອງສາຍພົວພັນລາວ-ຈີນໃຫ້ດີເດັ່ນ ໃຫ້ກາຍເປັນຜູ້ສືບທອດມິດຕະພາບ ລາວ-ຈີນ ໃຫ້ໝັ້ນຄົງຕະຫຼອດໄປ.
ກິດຈະກຳດັ່ງກ່າວ ຈັດຂຶ້ນໂດຍມີ 3 ຈຸດປະສົງຫຼັກຄື:ຮ່ວມສະເຫຼີມສະຫຼອງບຸນກຸດຈີນ ເພື່ອສືບສານວັດທະນະທໍາຮີດຄອງປະເພນີອັນດີງາມ, ເພີ່ມທະວີການຮ່ວມມື: ເສີມສ້າງການພົວພັນລະຫວ່າງ ມຊ, ສະຖານທູດຈີນປະຈຳລາວ ແລະ ສັງຄົມຮັດແໜ້ນຄວາມສາມັກຄີ: ສ້າງຄວາມກົມກຽວລະຫວ່າງນັກສຶກສາຈີນ, ລາວ ແລະ ຕ່າງຊາດ ໃຫ້ເປັນປຶກແຜ່ນແໜ້ນໜາ.
ທີ່ມາ: ຂ່າວສານ ມຊ

