ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄໍາເຫັນ ເມື່ອມໍ່ໆມານີ້ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໂດຍທ່ານໄດ້ສະເໜີໃຫ້ລັດຖະບານດຶງດູດການລົງທຶນ ໂຮງງານຜະລິດ ແລະ ປຸງແຕ່ງນໍ້າມັນເຊື້ອໄຟຢູ່ໃນປະເທດເພື່ອຮັບປະກັນໃຫ້ການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນພຽງພໍ ແລະ ລາຄາສົມເຫດສົມຜົນ, ຫຼີກລ່ຽງບັນຫາຂາດແຄນນໍ້າມັນເຊື້ອໄຟໃນຕໍ່ໜ້າ ແລະ ໄລຍະຍາວທັງຊຸກຍູ້ມານໍາໃຊ້ພະລັງງານທົດແທນ.
ນອກຈາກນີ້ ທ່ານຍັງໄດ້ ສະເໜີໃຫ້ລັດຖະບານເອົາໃຈໃສ່ບາງມາດຕະການເພີ່ມຕື່ມ ເປັນຕົ້ນ: ການຄຸ້ມຄອງອັດຕາແລກປ່ຽນ, ຄຸ້ມຄອງລາຄາສິນຄ້າ ແລະ ການສະໜອງສິນຄ້າທີ່ຈໍາເປັນຕໍ່ການດໍາລົງຊີວິດ ໂດຍສະເພາະການສະໜອງນໍ້າມັນເຊື້ອໄຟໃນໄລຍະປັດຈຸບັນ ໃຫ້ສາມາດກັບຄືນສູ່ສະພາບປົກກະຕິ ແລະ ມີມາດຕະການແກ້ໄຂສະພາບການຂາດເຂີນນໍ້າມັນໃນຕໍ່ໜ້າ ໃຫ້ມີຄວາມຍືນຍົງ ເປັນຕົ້ນ: ການຫັນໄປສູ່ການນໍາໃຊ້ລົດໄຟຟ້າ.
ປະເມີນຄືນຍຸດທະສາດການພັດທະນາໄຟຟ້າໃຫ້ມີຄວາມໝັ້ນຄົງ, ມີຄວາມພ້ອມໃນການສະໜອງໄຟຟ້າໃຫ້ພຽງພໍ ໂດຍສຸມໃສ່ພະລັງງານທົດແທນ ຄຽງຄູ່ກັບການຄຸ້ມຄອງລາຄາໄຟຟ້າໃຫ້ເໝາະສົມ; ຄຸ້ມຄອງການນໍາໃຊ້ຊັບພະຍາກອນທຳມະຊາດຢ່າງເຂັ້ມງວດ, ສ້າງນິຄົມອຸດສາຫະກຳຕົວແບບ, ເຂດອຸດສາຫະກຳປຸງແຕ່ງແຮ່ທາດເປັນຜະລິດຕະພັນສໍາເລັດຮູບກ່ອນສົ່ງອອກ; ຄັດເລືອກນັກລົງທຶນທີ່ດີ, ມີຄຸນນະພາບ, ມີຄວາມພ້ອມດ້ານການເງິນ ແລະ ເຕັກນິກວິຊາການແບບມືອາຊີບ ເຂົ້າມາພັດທະນາ; ສຸມໃສ່ກວດກາ ແລະ ປະເມີນຜົນໂຄງການທີ່ໄດ້ຮັບການອະນຸຍາດຊອກຄົ້ນ-ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ໄດ້ຮັບອະນຸຍາດ ພ້ອມທັງທົບທວນສັນຍາສຳປະທານຂອງບັນດາໂຄງການດັ່ງກ່າວ ເພື່ອຮັບປະກັນໃຫ້ປະເທດຊາດໄດ້ຮັບຜົນປະໂຫຍດສູງສຸດ; ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນຈຸດສຸມ, ເປັນບຸລິມະສິດ ລວມທັງຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ, ຖືເປັນວາລະແຫ່ງຊາດໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ; ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ, ຫຼຸດຜ່ອນການຍົກເວັ້ນການປະຕິບັດພັນທະພາສີອາກອນຫຼາຍເກີນໄປ, ແກ້ໄຂຜົນການກວດສອບ-ກວດກາ ໃຫ້ໄດ້ຢ່າງຂາດຕົວ ແລະ ເກັບມອບລາຍຮັບທີ່ກວດພົບເຫັນ ເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.
ທີ່ມາ: ວິທະຍຸ ກະຈາຍສຽງແຫ່ງຊາດ

