ຄະນະສະເພາະກິດຕ້ານໂຄວິດ-19 ອອກແຈ້ງການສັ່ງປິດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ

ຄະນະສະເພາະກິດຕ້ານໂຄວິດ-19 ອອກແຈ້ງການສັ່ງປິດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ

ເພື່ອຮັບປະກັນໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ເພີ່ມຂຶ້ນຢູ່ບັນດາປະເທດໃກ້ຄຽງ ເຊັ່ນ: ຢູ່ ແຂວງຊຽງໄໝ່, ແຂວງ ຊຽງລາຍ ປະເທດໄທ ແລະ ແຂວງທ່າຂີ້ເຫຼັກ ປະເທດມຽນມາ, ທັງຮັບປະກັນບໍ່ໃຫ້ເຂົ້າ-ອອກເມືອງ ເພື່ອປ້ອງກັນພະຍາດໂຄວິດ-19 ຢູ່ແຂວງບໍ່ແກ້ວ, ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ທ່ານຈອມສີ ລັດຕະນະບັນ ທັງເປັນຮອງເຈົ້າແຂວງບໍ່ແກ້ວ ໄດ້ອອກແຈ້ງການດ່ວນມື້ເຊົ້າວັນທີ 4 ທັນວາ 2020 ນີ້ເຖິງພາກສ່ວນທີ່ກ່ຽວຂ້ອງ, ເຈົ້າເມືອງຕົ້ນເຜີ້ງ, ຄະນະຮັບຜິດຊອບເຂດເສດຖະກິດພິເສດສາມຫ່ຽມຄໍາ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງຕົ້ນເຜີ້ງໃຫ້ຊາບວ່າ: ນັບແຕ່ມື້ວັນທີ 5 ທັນວາ 2020 ໃຫ້ປິດການສັນຈອນຄົນເຂົ້າ-ອອກ, ພາຫະນະ ແລະ ຢຸດການເດີນເຮືອທຸກປະເພດພາຍໃນເມືອງຕົ້ນເຜິ້ງເປັນການຊົ່ວຄາວ ຍົກເວັ້ນກໍລະນີມີຜູ້ເຈັບເປັນໄປຮັກສາປິ່ນປົວຢູ່ໂຮງໝໍ ແລະ ສົ່ງລູກໄປໂຮງຮຽນ.
ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງແຕ່ລະບ້ານ (ປກສ-ປກຊ) ຕັ້ງຈຸດກວດກາຄົນເຂົ້າ-ອອກ ແລະ ໃຫ້ຂັ້ນແຂວງສົມທົບກັບເມືອງຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງຕື່ມອີກຢູ່ 2 ຈຸດຄືຈຸດບ້ານນໍ້າເກິ່ງເກົ່າ ແລະ ຈຸດ ບ້ານມ່ວງຄໍາ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply