ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຕາງໜ້າກົມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ເມື່ອວັນທີ 4 ມັງກອນ 2021 ທີ່ຜ່ານມາວ່າ: ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ໄດ້ເລັ່ງໃສ່ 3 ວຽກງານຕົ້ນຕໍ ເພື່ອປ້ອງກັນພະຍາດນີ້ ຊຶ່ງປະກອບມີການຕິດຕາມຜູ້ເດີນທາງເຂົ້າ-ອອກຜ່ານຈຸດຊາຍແດນຕ່າງໆໃນຂອບເຂດທົ່ວປະເທດ, ຕິດຕາມຜູ້ຈໍາກັດບໍລິເວນຢູ່ 32 ສູນໃນຂອບເຂດ ທົ່ວປະເທດ ແລະ ການເກັບຕົວຢ່າງມາກວດ ວິເຄາະ ຫາ ພະຍາດດັ່ງກ່າວ ຊຶ່ງນັບແຕ່ມີການແຜ່ລະບາດຂອງພະຍາດນີ້ຮອດປັດຈຸບັນໄດ້ມີການກວດວິເຄາະທັງໝົດ 93.000 ຕົວຢ່າງ ຫຼື ຄົນ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງແຕ່ 41 ຄົນ ຊຶ່ງໃນນີ້ 40 ຄົນໄດ້ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍແລ້ວ ຍັງມີພຽງ 1 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍມິດຕະພາບ.
ທ່ານ ດຣ. ພອນປະເສີດໄດ້ກ່າວຕື່ມວ່າ: ພາຍຫຼັງທີ່ມີການແຜ່ເຊື້ອຮອບໃໝ່ຢູ່ປະເທດໄທ ໂດຍຜູ້ແຜ່ເຊື້ອແມ່ນພໍ່ຄ້າຂາຍອາຫານທະເລສົດ ແລະ ແຊ່ແຂງນັ້ນ, ທາງຄະນະສະເພາະກິດກໍ່ໄດ້ ມີການສັ່ງໂຈະຊົ່ວຄາວການນໍາເຂົ້າອາຫານທະເລສົດ ແລະ ແຊ່ແຂງຈາກປະເທດດັ່ງກ່າວ ແຕ່ກໍຍັງພົບເຫັນອາຫານທະເລສົດ ແລະ ແຊ່ແຂງຈໍານວນຫຼາຍວາງຂາຍຢູ່ຕາມຕະຫຼາດ ຊຶ່ງທາງຄະນະສະເພາະກິດໄດ້ລົງເກັບກໍາເອົາຕົວຢ່າງປະເພດອາຫານດັ່ງກ່າວ ຢູ່ຕະຫຼາດໃຫຍ່10 ແຫ່ງພາຍໃນນະຄອນຫຼວງວຽງຈັນ ແລະ ໄດ້ກວດພະນັກງານບໍລິສັດທີ່ນໍາເຂົ້າອາຫານດັ່ງກ່າວຈໍານວນ 138 ຄົນ ແຕ່ຜົນກວດແມ່ນບໍ່ພົບເຊື້ອ. ເຖິງແມ່ນວ່າພະຍາດດັ່ງກ່າວຈະບໍ່ມີການແຜ່ລະບາດໃນປະເທດລາວກໍ່ຕາມແຕ່ຢູ່ບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ ຈຶ່ງຢາກຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃນທົ່ວປະເທດໃຫ້ມີສະຕິລະວັງຕົວກ່ຽວກັບການປ້ອງກັນພະຍາດນີ້, ໃຫ້ດໍາລົງຊີວິດແບບໃໝ່, ປະຕິບັດມາດຕະການປ້ອງກັນພະຍາດດັ່ງກ່າວຕາມການແຈ້ງການຂອງຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ປັດຈຸບັນນີ້ ຢູ່ໃນ 10 ປະເທດອາຊຽນຍັງມີແຕ່ ສປປ ລາວ ແລະ ກໍາປູເຈຍ ທີ່ບໍ່ມີຜູ້ເສຍຊີວິດຍ້ອນພະຍາດນີ້.
ຂ່າວ: ວຽງຈັນທາຍ

