ຄົນລາວຈຳນວນ 47 ຄົນໄດ້ເຂົ້າຮ່ວມການຝຶກອົບຮົມສາກົນ ເລື່ອງນໍ້າປະປາ ແລະ ສຸຂາພິບານຕົວເມືອງ ແບບຍືນຍົງ ແລະ ຮອບດ້ານ ITP SUWAS ນັບແຕ່ປີ 2016-2020 ພາຍໃຕ້ໂຄງການຮ່ວມມືລະຫວ່າງ ອົງການຊີດາ ແລະ ບໍລິສັດ NIRAS.
ໃນຈໍານວນ 47 ຄົນ ແມ່ນມາຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ , ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ສາທາລະນະສຸກ, ລັດວິສາຫະກິດນ້ຳປະປາ ແລະ ຕົວແທນຈາກພາກສ່ວນທີ່ກ່ຽວຂ້ອງຈາກ ນະຄອນປາກເຊ ແຂວງຈໍາປາສັກ.
ເປົ້າໝາຍຂອງໂຄງການ ແມ່ນເພື່ອປະກອບສ່ວນເຂົ້າໃນການປັບປຸງ, ການວາງແຜນ ແລະ ການຈັດຕັ້ງປະຕິບັດ ເພື່ອເພີ່ມການບໍລິການເລື່ອງນ້ຳ ແລະ ສຸຂາພິບານແບບຍືນຍົງ, ໂດຍການຄຳນຶງເຖິງສິດ, ຄວາມຈຳເປັນ ແລະ ການຈັດຕັ້ງປະຕິບັດ ໂດຍສະເພາະກຸ່ມຄົນສ່ວນໜ້ອຍ.
ໂຄງການຝຶກອົບຮົມຄັ້ງດັ່ງກ່າວຖືກຈັດຕັ້ງປະຕິບັດ ໃນ 2 ທະວີບ ຄື: ອາຟຣິກກາ ແລະ ອາຊີ ໂດຍ ເລີ່ມຕົ້ນແຕ່ 2016-2020. ໃນອາຊີ ມີ 5 ປະເທດໄດ້ເຂົ້າຮ່ວມ, ໜຶ່ງໃນນັ້ນແມ່ນ ສ ປປ ລາວ.
ໃນປີ 2016 ອົງການຊີດາ ໄດ້ເຊັນສັນຍາ ກັບບໍລິສັດ NIRAS ເພື່ອ ຈັດການຝຶກອົບຮົມດັ່ງກ່າວ.
ຂ່າວ-ພາບ: ວຽງດາວັນ

