ຄ້າຍລົດຊັ້ນນໍາຫຼາຍກວ່າ 10 ຄ້າຍເຂົ້າຮ່ວມງານ “Lao Eco Motor Expo 2026”

ຄ້າຍລົດຊັ້ນນໍາຫຼາຍກວ່າ 10 ຄ້າຍເຂົ້າຮ່ວມງານ “Lao Eco Motor Expo 2026”

ງານວາງສະແດງລົດ ລາວອີໂຄມໍເຕີເອັກສໂປ 2026 (“Lao Eco Motor Expo 2026”) ມີຄ້າຍລົດຊັ້ນນຳຫຼາຍກວ່າ 10 ຄ້າຍເຂົ້າຮ່ວມຊຶ່ງແຕ່ລະຄ້າຍໄດ້ນໍາເອົາລົດທີ່ທັນສະໄໝ ສວຍງາມ ແລະ ໄດ້ມີການແນະນໍາຄຸນນະພາບລົດຂອງພວກເຂົາໃຫ້ແຂກທີ່ສົນໃຈ ຫຼື ຜູ້ທີ່ມາທ່ຽວຊົມໄດ້ຮັບຮູ້ໂດຍສະເພາະນຳສະເໜີເຕັກໂນໂລຊີທີ່ທັນສະໄໝ ແລະ ປະຢັດພະລັງງານ.

ງານດັ່ງກ່າວໄດ້ຈັດຂຶ້ນທີ່ສູນວາງສະແດງສິນຄ້າລາວ-ໄອເຕັກໃນມື້ວານນີ້ ໂດຍການເຂົ້າຮ່ວມຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃນພິທີວ່າ: ງານ “Lao Eco Motor Expo 2026”) ໃນຄັ້ງນີ້ ຖືເປັນຄັ້ງທີ 2 ຈາກການຮ່ວມມືລະຫວ່າງ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ໂດຍໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາສະມາຄົມທຸລະກິດ. ຈຸດປະສົງຂອງການຈັດງານວາງສະແດງໃນຄັ້ງນີ້ ແມ່ນເພື່ອເຕົ້າໂຮມເອົາບັນດາຄ້າຍລົດມາວາງສະແດງ ແລະ ນຳສະເໜີເຕັກໂນໂລຊີທີ່ທັນສະໄໝ ແລະ ປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ ເພື່ອເປັນຂໍ້ມູນໃຫ້ຜູ້ຊົມໃຊ້ ແລະ ຜູ້ທີ່ກຳລັງຈະຕັດສິນໃຈຊື້ລົດ. ນອກຈາກນັ້ນກໍ່ຈະມີກິດຈະກໍາປິ່ນອ້ອມ ເຊັ່ນ: ການທົດລອງຂັບຂີ່ (Test Drive), ການສ້າງຈິດສຳນຶກຄວາມປອດໄພທາງບົກ ແລະ ເວທີສະແດງຄວາມສາມາດຂອງໄວໜຸ່ມ.

ທີ່ມາແຫຼ່ງຂໍ້ມູນຂ່າວ-ພາບ: ພູວຽງຄຳ

Related Articles

Leave a Reply