ລັດຖະບານລາວ ໄດ້ແນະນຳ ອຳນາດການປົກຄອງແຂວງຊຽງຂວາງ ວ່າ: ຈະມີການເລື່ອນເວລາຈັດງານມະຫາກຳ ກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງ ເກມ ຈົນຮອດປີ 2021, ພາຍຫຼັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຢູ່ລາວ ຊຶ່ງເປັນຄົນທີ 23 ໃນວັນທີ 10 ກັນຍາ ທີ່ຜ່ານມານີ້, ເປັນເພດຊາຍ ອາຍຸ 29 ປີ ເປັນຄົນລາວ, ອາຊີບ ນັກກິລາກອງທັບ, ບັນຊາລົດຖັງ, ພາຍຫຼັງທີ່ໄດ້ເຂົ້າຮ່ວມກິລາທາງການທະຫານ ຢູ່ ສະຫະພັນ ຣັດເຊຍ ໃນໄລຍະທີ່ຜ່ານມາ ແລະ ຕິດເຊື້ອມາ, ປະຈຸບັນ ຍັງສືບຕໍ່ ປິ່ນປົວຢູ່ໂຮງໝໍມິດຕະພາບ.
ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ, ທ່ານ ບົວລີ ພັນນາວົງ ໄດ້ໃຫ້ສໍາພາດ ກັບ ນັກຂ່າວ ໜັງສືພິມວຽງຈັນທາຍ ວ່າ: ຄາດວ່າຈະມີ ຫຼາຍກວ່າ 20 ປະເພດກິລາ ເຂົ້າຮ່ວມ ງານມະຫາກຳ ກິລາແຫ່ງຊາດຄັ້ງທີ 11 ປີ 2021 ຫຼື ຊຽງຂວາງ ເກມ, ແຕ່ຍັງບໍ່ທັນກໍານົດເປັນທາງການ ວ່າມື້ໃດຈະຈັດການແຂ່ງຂັນເທົ່ານັ້ນ.
ໃນນັ້ນ ການກະກຽມພິທີເປີດ-ປິດງານ ໄດ້ສໍາເລັດການຄັດເລືອກກ້ອນກໍາລັງສວນສະໜາມ ແລະ ແຫ່ແລ່ນທວນໄຟ ຈໍານວນ 300 ຄົນ ແລະ ນາງສາວຖືປ້າຍ 50 ຄົນ, ສໍາເລັດຄັດເລືອກນັກສະແດງ 2.849 ຄົນ ແລະ ວຽກງານອື່ນໆ. ນອກຈາກນີ້ ວຽກງານກະກຽມສະໜາມແຂ່ງຂັນກິລາແຕ່ລະປະເພດ, ການກະກຽມທີ່ພັກຂອງຄະນະນໍາ ແລະ ນັກກິລາ ກໍມີພ້ອມແລ້ວ 100% ພ້ອມທັງການກະກຽມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານອື່ນໆ ແມ່ນມີຄວາມພ້ອມແລ້ວໂດຍພື້ນຖານ.
ຂ່າວ: ວຽງຈັນທາຍ

