ຈັບຕົວແກ້ງສະແກມເມີ 82 ກວ່າຄົນ ຢູ່ບ້ານໂນນແກ້ວ

ຈັບຕົວແກ້ງສະແກມເມີ 82 ກວ່າຄົນ ຢູ່ບ້ານໂນນແກ້ວ

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫຼື ແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າ 2 ຈຸດຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ເມື່ອມໍ່ໆມານີ້ ສາມາດຈັບກຸ່ມແກ້ງ ໄດ້ທັງໝົດ 82 ຄົນ ແລະ ເຄື່ອງຂອງກາງທີ່ນຳໃຊ້ເຂົ້າໃນການກະທຳຜິດຈຳນວນຫຼາຍລາຍການ.

ຈຸດທີ 1 ແມ່ນຢູ່ເຮືອນໃຫ້ເຊົ່າເປັນເຮືອນວິນລ່າຊັ້ນດຽວຂອງ ທ້າວ ໄຊສົມພອນ (ເຈົ້າຂອງເຮືອນ) ຕັ້ງຢູ່ບ້ານ ໂນນແກ້ວ, ສາມາດຈັບຕົວເປົ້າໝາຍໄດ້ 6 ຄົນ ໃນນີ້ ມີສັນຊາດຈີນ 3 ຄົນ ແລະ ສັນຊາດລາວ 3 ຄົນ ພ້ອມຂອງກາງມີ: ຄອມພິວເຕີຕັ້ງໂຕະ ຈໍານວນ 12 ຊຸດ, ໂທລະສັບມືຖື 12 ໜ່ວຍ, ຢາບ້າຈໍານວນ 154 ເມັດ (ໜື່ງຮ້ອຍຫ້າສິບສີ່ເມັດ), ເມັດສີຂາວ (ສົງໄສສານເສບຕິດ) ຈໍານວນ 1 ຖົງນ້ອຍ.

ຈຸກທີ 2, ເຈົ້າໜ້າທີ່ ປກສ ເມືອງ ສີໂຄດຕະບອງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເຂົ້າແກ້ໄຂເປົ້າໝາຍແກ້ງສະແກມເມີ ຢູ່ທີ່ເຮືອນໃຫ້ເຊົ່າ ເປັນເຮືອນວິລ່າ 3 ຊັ້ນ ຂອງ ທ້າວ ທະວີສັກ ບູລົມ ຕັ້ງຢູ່ບ້ານໂນນແກ້ວ ເປັນຈຸດທີ 2 ສາມາດຈັບຕົວເປົ້າໝາຍໄດ້ທັງໝົດ 76 ຄົນ ຍິງ 3 ຄົນ, ໃນນັ້ນ ສັນຊາດຈີນ ຈໍານວນ 75 ຄົນ ຍິງ 2 ຄົນ, ລາວ 1 ຄົນ ຍິງ 1 ຄົນ ແລະ ຢຶດເຄື່ອງຂອງກາງ ປະກອບມີ: ໂທລະສັບມືຖື 131 ໜ່ວຍ, ຄອມພິວເຕີໂນດບຸກ 52 ໜ່ວຍ.

ພວກກ່ຽວຮັບສາລະພາບໃນເບື້ອງຕົ້ນຕໍ່ເຈົ້າໜ້າທີ່ວ່າ: ວິທີການເຮັດວຽກຂອງພວກກ່ຽວແມ່ນໄດ້ແບ່ງໜ້າທີ່ ອອກເປັນ 3 ກຸ່ມຄື: ກຸ່ມຊອກຮູບພາບ, ກຸ່ມຕອບແຊັດ ແລະ ກຸ່ມສ້າງໂປຣຟາຍ, ວິທີການໃນເບື້ອງຕົ້ນກຸ່ມຊອກຮູບພາບແມ່ນຈະເປັນຮູບພາບຜູ້ຊາຍ ອາຍຸປະມານ 35 ປີ ຫາ 40 ປີ, ແລ້ວມາສ້າງເປັນໂປຣຟາຍໃນສື່ສັງຄົມອອນລາຍ, ແລ້ວໄດ້ແອັດຫາຍິງສາວອາຍຸປະມານ 35 ປີ ໂດຍເນັ້ນໃສ່ຄົນຈີນ ເພື່ອຊອກຫາເຫຍື່ອ ດ້ວຍຮູບການຕີສະໜິດສ້າງຄວາມລຶ້ງເຄີຍ ແລະ ສ້າງຄວາມເຊື່ອໝັ້ນ; ຫຼັງຈາກນັ້ນກໍໄດ້ຕົວະຍົວະໃຫ້ຍິງສາວທີ່ຕົກເປັນເຫຍື່ອນັ້ນຊື້ເງິນໂດລາຢູເອັສດີທີ (USDT) ນໍາພວກກ່ຽວ, ພາຍຫຼັງຊື້ແລ້ວກໍໂອນເງິນມາໃຫ້ກຸ່ມແກ້ງດັ່ງກ່າວ ຕໍ່າສຸດ 100 ໂດລາ, ສູງສຸດ 10.000 ໂດລາ, ເມື່ອເຫຍື່ອໂອນເງິນໃຫ້ສໍາເລັດແລ້ວ, ກຸ່ມແກ້ງດັ່ງກ່າວ ກໍບຼ໋ອກການຕິດຕໍ່ທຸກຊ່ອງທາງ.

ທີ່ມາແຫຼ່ງຂໍ້ມູນ: ຂ່າວ-ພາບ: ແກ້ວ ອຸເພັດ

Related Articles

Leave a Reply