ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ຮ່ວມກັບ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ແລະ ພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ຈັດພິທີປ່ອຍຍຸງໂວບັກເຄຍ ພາຍໃຕ້ໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ເມື່ອມໍ່ໆມານີ້ ຢູ່ສວນສາທາລະນະແຄມຂອງ ນະຄອນປາກເຊ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງທ່ານ ວັນນະໄຊ ຊາດຕະກູນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກໍາມະການປົກຄອງແຂວງຈຳປາສັກ, ທ່ານ ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ລຸກ ເອັບສ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ (Save the Children Laos), ທ່ານ ນາງ ເບັກຕີ້ ອັນດາຣີ ຜູ້ຕາງໜ້າຈາກໂຄງການຍຸງໂລກ (World Mosquito Program), ມີການນໍາສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້, ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ສູນວິເຄາະ – ລະບາດວິທະຍາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ສັງວານ ແສນສຸກ ຮອງຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ ມີຄໍາເຫັນວ່າ: ການນໍາໃຊ້ວິທີການຕ່າງໆ ເພື່ອຫຼຸດຜ່ອນອັດຕາການຕິດເຊື້ອພະຍາດໄຂ້ຍຸງລາຍ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຫຼາຍທີ່ສຸດ ເພື່ອຊ່ວຍໃຫ້ອັດຕາການເຈັບເປັນ ແລະ ເສຍຊີວິດ ຈາກພະຍາດໄຂ້ຍຸງລາຍ ໃຫ້ຫຼຸດໜ້ອຍຖອຍລົງ ໂດຍສະເພາະ ເດັກນ້ອຍ, ແມ່ມານ, ຜູ້ເຖົ້າ ແລະ ຜູ້ທີ່ມີພະຍາດປະຈໍາຕົວ. ການປ່ອຍຍຸງລາຍບ້ານທີ່ມີເຊື້ອໂວບັກເຄຍ ຢູ່ນະຄອນປາກເຊ ໃນປີ 2026 ນີ້ ຈະໄດ້ປ່ອຍຍຸງ ຢູ່ 19 ບ້ານ ໃນເຂດເທດສະບານນະຄອນປາກເຊ, ການປ່ອຍຍຸງລາຍບ້ານທີ່ມີເຊື້ອໂວບັກເຄຍຄັ້ງນີ້ ຈະເປັນອີກວິທີການໜຶ່ງ ທີ່ຈະປະກອບໃສ່ວິທີການອື່ນໆທີ່ມີຢູ່ໃນການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍສະເພາະແມ່ນວຽກງານ 5 ປ. ພ້ອມນີ້ ທ່ານຍັງຍົກໃຫ້ເຫັນສະພາບການລະບາດຂອງພະຍາດໄຂ້ຍຸງຢູ່ 9 ເມືອງ, 1 ນະຄອນ ຂອງແຂວງຈໍາປາສັກ ໃນປີ 2013 – 2015 ແລະ ສະຖິຕິການຕິດເຊື້ອພະຍາດໄຂ້ຍຸງປີ 2021 - 2025.
ທ່ານ ລຸກ ເອັບສ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ ກໍໄດ້ມີຄໍາເຫັນກ່ຽວກັບໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງ ໂວບັກເຄຍ (Wolbachia) ທີ່ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ. ຈາກນັ້ນ, ທ່ານ ວັນນະໄຊ ຊາດຕະກຸນ ກໍໄດ້ໃຫ້ກຽດກ່າວເປີດພິທີວ່າ: ພະຍາດໄຂ້ຍຸງລາຍເປັນບັນຫາທາງດ້ານສາທາລະນະສຸກ ແລະ ເປັນໄພຄຸກຄາມຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ ຊຶ່ງມີການລະບາດ ແລະ ເສຍຊີວິດໃນແຕ່ລະປີ. ຜ່ານມາ, ລັດຖະບານ ກໍຄືກະຊວງສາທາລະນະສຸກ ແມ່ນເຫັນໄດ້ຄວາມສໍາຄັນໃນວຽກງານຄວບຄຸມພະຍາດໄຂ້ຍຸງລາຍ ໂດຍໄດ້ວາງຍຸດທະສາດຄວບຄຸມໄຂ້ຍຸງລາຍ, ນະໂຍບາຍ 5 ປີ, ສ້າງຄູ່ມືພັດທະນາພູມປັນຍາຊາວບ້ານ ເພື່ອຄວບຄຸມແຫຼ່ງເພາະພັນໄຂ້ຍຸງລາຍ ພ້ອມທັງປຸກລະດົມການມີສ່ວນຮ່ວມຂອງອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນ ຊຶ່ງສາມາດຫຼຸດຜົນການເຈັບເປັນ ແລະ ເສຍຊີວິດໄດ້ໃນລະດັບໜຶ່ງ. ການປ່ອຍຍຸງໂວບັກເຄຍຢູ່ແຂວງຈຳປາສັກຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນ ເພື່ອຄວບຄຸມພະຍາດໄຂ້ຍຸງລາຍດ້ວຍວິທີແບບໃໝ່, ເປັນວິທີການທີ່ມີຜົນສໍາເລັດທີ່ດີໃນການຄວບຄຸມໄຂ້ຍຸງລາຍໃນຫຼາຍປະເທດ, ການຂະຫຍາຍໂຄງການມາສູ່ນະຄອນປາກເຊ ຈະເຮັດໃຫ້ພວກເຮົາສາມາດປະເມີນຜົນໄດ້ເປັນຮູບປະທໍາຫຼາຍຂຶ້ນ ຊຶ່ງອາດຈະໃຊ້ເວລາໃນການເຫັນຜົນຂອງໂຄງການດັ່ງກ່າວ. ການນໍາໃຊ້ນະວັດຕະກຳໃໝ່ໃນການຄວບຄຸມໄຂ້ຍຸງລາຍ ນີ້ຈະເປັນວິທີທີ່ພວກເຮົາຈະຄວບຄຸມພະຍາດໄຂ້ຍຸງລາຍທີ່ມີປະສິດທິພາບ, ຍ້ອນແນວນັ້ນ, ໃນນາມຕາງໜ້າຄະນະນໍາຂອງກະຊວງສາທາລະນະະສຸກ ຂໍຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດໂຄງການໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ທີ່ມາແຫຼ່ງຂ່າວ-ພາບ: ທູນທອງໃຈ

