ຈິມມີ້ ໄດ້ອັນດັບ 5 ໃນການແຂ່ງຂັນ ຮ້ອງເພງລະດັບເອເຊຍຢູ່ທີ່ປະເທດເກົາຫຼີໃຕ້

ຈິມມີ້ ໄດ້ອັນດັບ 5 ໃນການແຂ່ງຂັນ ຮ້ອງເພງລະດັບເອເຊຍຢູ່ທີ່ປະເທດເກົາຫຼີໃຕ້

ຈິມມີ້ ແມ່ນໜຶ່ງໃນສາມຈາກຕົວແທນປະເທດລາວທີ່ໄດ້ເຂົ້າຮ່ວມການແຂ່ງຂັນຮ້ອງເພງໃນລະດັບເອເຊຍຢູ່ທີ່ປະເທດເກົາຫຼີໃຕ້ ທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ຊຶ່ງຜົນການແຂ່ງຂັນ ລາວໄດ້ເປັນອັນດັບ 5.

ຈຸດເດັ່ນຂອງລາຍການນີ້ຄືຜູ້ເຂົ້າແຂ່ງຂັນຕ້ອງຮ້ອງເພງຢູ່ຫຼັງສາກເພື່ອໃຫ້ກຳມະການ ແລະ ຜູ້ຊົມຕັດສິນຈາກ “ສຽງ” ພຽງຢ່າງດຽວ ໂດຍບໍ່ເຫັນໜ້າຕາ ຫຼື ຊື່ແທ້ ໂດຍຄະແນນກໍມາຈາກກຳມະການ 50% ແລະ ຜົນໂຫວດອອນລາຍຈາກທາງບ້ານ 50%.

ຈິມມີ້ ຜູ້ເຂົ້າແຂ່ງຂັນຈາກລາວ ກໍສາມາດສ້າງຜົນງານ ແລະ ສົ່ງພະລັງສຽງຮ້ອງໄດ້ດີ ຈົນເຮັດໃຫ້ຜ່ານເຂົ້າເຖິງຮອບ 5 ຄົນສຸດທ້າຍ (Grand Final) ແລະ ໄດ້ “ອັນດັບທີ 5” ດ້ວຍຄະແນນລວມ 4,817 ຄະແນນ.

ຜູ້ຊະນະ ໄດ້ແກ່ Laguna Diva (ຟີລິບປິນ); ອັນດັບ 2 ແມ່ນPhang Nga Bay Fighter (ໄທ); ອັນດັບ 3 ແມ່ນ Bangkok Soul Man (ໄທ); ອັນດັບ 4 ແມ່ນ Gyeongsang-do Iron Voice (ເກົາຫຼີໃຕ້) ແລະ ອັນດັບ 5 ແມ່ນ ຈິມມີ້ ຈາກປະເທດລາວ.

ຂ່າວ: ຕູ່

Related Articles

Leave a Reply