ສະພາການຄ້າຈີນຕ່າງດ້າວ ປະຈຳ ສປປລາວ ໄດ້ມອບປຶ້ມ “ສີຈິ້ນຜິງ” ເຫລັ້ມ II 500 ຫົວ ແລະ ປຶ້ມ “ສີຈິ້ນຜິງ” ເຫລັ້ມ Ill 500 ຫົວ ໃຫ້ແກ່ລັດຖະບານລາວ ເພື່ອຈະແຈກຢາຍໃຫ້ຄະນະພັກ ແຕ່ລະກະຊວງ ແລະ ຫໍສະຫມຸດ ໃນລາວ ຊຶ່ງມີສະບັບ ພາສາຈີນ ແລະ ພາສາອັງກິດ.
ພິທີມອບຮັບປື້ມດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ລະຫວ່າງສະພາການຄ້າຈີນຕ່າງດ້າວ ປະຈຳ ສປປລາວ ແລະ ຖະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໂດຍເປັນປະທານ ຂອງເລຂາທິການສູນກາງພັກ, ລັດຖະມົນຕີ ກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ.
ຂ່າວ-ພາບ: ວຽງສະໃໝ

