ຊາຍຈີນ 2 ຄົນ ທີ່ເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງຢູ່ເມືອງທ່າຂີ່ເຫຼັກ ປະເທດມຽນມາ ເຊິ່ງກົງກັນຂ້າມກັບບ້ານມ້ອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໄດ້ລັກລອບເຂົ້າມາ ສປປ ລາວ ໃນວັນທີ 24 ພະຈິກ 2020 ກ່ອນຈະລັກຂ້າມໄປປະເທດ ຈີນ ແລະ ຖືກຈັບ ແລ້ວກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ແມ່ນສາເຫດຫຼັກ ທີ່ເຮັດໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ສັ່ງປິດການສັນຈອນເຂົ້າ-ອອກຂອງປະຊາຊົນພາຍໃນເມືອງຕົ້ນເຜີ້ງ ແລະ ສັງປິດກິດຈະການເດີນເຮືອຂົນສົ່ງສິນຄ້າທຸກປະເພດຊົ່ວຄາວ ຢູ່ຈຸດດ່ານສາກົນບ້ານມ້ອມ ແລະ ດ່ານສາກົນສາມຫຼ່ຽມຄໍາ ຢູ່ ເມືອງຕົ້ນເຜີ້ງ, ນອກນັ້ນຍັງມີ ຫ້ອງວ່າການແຂວງຫຼວງນໍ້າທາໄດ້ອອກແຈ້ງການດ່ວນ ເຖິງປະຊາຊົນພາຍໃນແຂວງໃຫ້ເພີ່ມທະວີມາດຕະການຕ້ານພະຍາດໂຄວິດ-19 ແລະ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຜົ້ງສາລີ ກໍໄດ້ອອກແຈ້ງການດ່ວນເຊັ່ນກັນ ເຖິງຫ້ອງການ ຍທຂ 7 ເມືອງພາຍໃນແຂວງໃຫ້ ຢຸດການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທຸກປະເພດທີ່ນໍາມາຈາກແຂວງຫຼວງນໍ້າທາ ເພື່ອເຂົ້າມາ ແຂວງຜົ້ງສາລີ ຊົ່ວຄາວ ຍ້ອນວ່າຊາຍຈີນ 2 ຄົນດັ່ງກ່າວໃຊ້ເສັ້ນທາງຜ່ານແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ.
ຊາຍຈີນ 2 ຄົນນັ້ນເປັນປະຊາຊົນເມືອງສາງໂຈ ແຂວງ ຟູຕິນ ສປ ຈີນ ໄດ້ເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງຢູ່ເມືອງທ່າຂີ່ເຫຼັກ ປະເທດມຽນມາ ເຊິ່ງກົງກັນຂ້າມກັບບ້ານມ້ອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ພວກກ່ຽວໄດ້ລັກຂ້າມມາແຂວງບໍ່ແກ້ວ ໃນວັນທີ 24 ພະຈິກ 2020 ແລະ ພັກຢູ່ແຂວງບໍ່ແກ້ວເປັນເວລາ 3 ວັນ, ມາຮອດວັນທີ 27 ພະຈິກ 2020 ທັງ 2 ຄົນໄດ້ເດີນທາງມາເຂດເສດຖະກິດພິເສດບໍ່ເຕັນ ແຂວງຫຼວງນໍ້າທາໂດຍໄດ້ພັກຢູ່ໂຮງແຮມໄຫຫຼີ ເປັນເວລາ 5 ວັນ, ຮອດວັນທີ 2 ທັນວາ 2020 ເວລາ 24:00 ໂມງ ພວກກ່ຽວໄດ້ລັກລອບເຂົ້າ ສປ ຈີນ ໂດຍຜ່ານທາງນ້ອຍລະຫວ່າງບໍ່ເຕັນ-ບໍ່ຫານ ຫຼັງຈາກເຂົ້າບໍ່ຫານແລ້ວໄດ້ຖືກເຈົ້າໜ້າທີ່ລາດຕະເວນເຂດຊາຍແດນເບື້ອງຝັ່ງຈີນຈັບຕົວ ແລະ ໄດ້ກັກຕົວໄວ້ຢູ່ບໍ່ຫານ ແລະ ກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ໃນວັນທີ 3 ທັນວາ 2020 ແຕ່ບໍ່ອອກອາການ.
ປັດຈຸບັນນີ້, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຝ່າຍລາວ ກໍາລັງຕິດຕາມຜູ້ຢູ່ໃກ້ຊິດກັບຄົນຈີນ 2 ຄົນດັ່ງກ່າວເພື່ອນໍາເຂົ້າສູ່ຂະບວນການກັກຕົວ ແລະ ກວດຫາເຊື້ອພະຍາດໂຄວິດ-19.
ຂ່າວ: ວຽງຈັນທາຍ

