ຊຽງຂວາງ ກໍານົດເອົາ ໄຫຫິນ ເປັນສັນຍາລັກ ງານກິລາແຫ່ງຊາດ ຄັ້ງ​ທີ11 ທີ່ຖືກໂຈະ ມາຈັດໃນປີ 2021

ຊຽງຂວາງ ກໍານົດເອົາ ໄຫຫິນ ເປັນສັນຍາລັກ ງານກິລາແຫ່ງຊາດ ຄັ້ງ​ທີ11 ທີ່ຖືກໂຈະ ມາຈັດໃນປີ 2021

ຄະນະນຳແຂວງ ຊຽງຂວາງ ໄດ້ກໍານົດເອົາໄຫຫນທີ່ເປັນວັຖຸບູຮານມີອາຍຸຫຼາຍພັນປີ, ມີຄວາມໝາຍສຳຄັນ ແລະ ລືຊື່ທາງປະຫວັສາດ ເຊິ່ງເປັນມໍລະດົກ ຂອງແຂວງ ຊຽງຂວາງ ກໍ່ຄືຂອງຊາດ ປະກອບໃສ່ສັນຍາລັກ ຂອງງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11, ທີ່ໄດ້ຖືກໂຈະ ມາຈັດໃນປີໜ້າ 2021, ຍ້ອນມີການລະບາດຂອງພະຍາດໂຄວິດ-19, ແຕ່ຍັງບໍ່ກໍານົດທາງການ ວ່າ ມື້ໃດຈັດການແຂ່ງຂັນເທົ່ານັ້ນ.

ໄຫຫນໜຶ່ງໜ່ວຍ ສື່ຄວາມໝາຍເຖິງ ຄວາມສາມັກຄີເອກະພາບເປັນຈິດໜຶ່ງໃຈດຽວຂອງຊາວຊຽງຂວາງ ຕັ້ງຢູ່ໃນລັກສະນະທີ່ສວຍງາມຂອງວັນຖຸບູຮານທີ່ເປັນມໍລະດົກຄູ່ກັບຊາວຊຽງຂວາງ, ເປັນມໍລະດົກຂອງຊາດ ແລະ ກຽມພ້ອມຮັບຮອງເປັນມໍລະດົກໂລກ ພ້ອມກັບງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI.

ໄຫຫສັນຍາລັກງານມະຫາກໍາກິລາແຫ່ງຊາດຄັ້ງນີ້ ປະກອບ 3 ລາຍເສັ້ນ ຄື :  ລາຍເສັ້ນສີຂຽວເຂັ້ມເບື້ອງເທິງສຸດ ໝາຍເຖິງສາຍພູຂອງແຂວງ ຊຽງຂວາງ ທີ່ອຸດົມໄປດ້ວຍປ່າດົງ, ຕົ້ມໄມ້ທີ່ມີລາຄາແພງປົກຫຸ້ມຢູ່ ເຊິ່ງມີຫຼາຍຈອມພູ ແລະ ສາຍພູໃນແຂວງ ຊຽງຂວາງ ທີ່ມີຊື່ສຽງໃນພູມີສາດ.

ລາຍເສັ້ນສີຟ້າກາງ ໝາຍເຖິງຄວາມອຸດົມສົມບູນຂອງສາຍນໍ້າແຂວງ ຊຽງຂວາງ ທີ່ມີແມ່ນໍ້າຫຼາຍສາຍກໍາເນີດເກີດຂຶ້ນ ໃນແຂວງ ຊຽງຂວາງ ທີ່ກາຍເປັນສາຂາທີ່ສໍາຄັນຂອງແມ່ນໍ້າຂອງ ໄຫຼປ່ອງສູ່ທະເລ ເຊິ່ງເປັນແມ່ນໍ້າທີ່ສໍາຄັນ ໃນການພັດທະນາເສດຖະກິດຂອງແຂວງ ແລະ ຂອງປະເທດຊາດ.

ລາຍເສັ້ນສີຂຽວອ່ອນທາງລຸ່ມສຸດ  ໝາຍເຖິງພູພຽງຊຽງຂວາງ ທີ່ປົກຄຸມໄປດ້ວຍທົ່ງຫຍ້າອັນອຸດົມສົມບູນທີ່ຂຽວງາມແບບທຳມະຊາດ ແລະ ຄວາມອຸດົມສົມບູນໃນການດຳດົງຊິວິດຂອງປະຊາຊົນແຂວງ ຊຽງຂວາງ.

ໃນນັ້ນ ດ້ານລຸ່ມຂຽນໂຕໜັງສືກົ່ງ ບົ່ງບອກເຖິງງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply