ຍັງສືບຕໍ່ປະຕິບັດບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງເລກທີ 06/ນຍ

ຍັງສືບຕໍ່ປະຕິບັດບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງເລກທີ 06/ນຍ

ລັດຖະບານໄດ້ອອກແຈ້ງການໃນວັນທີ 1 ພຶດສະພາ 2020 ວ່າ ໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການ ທີ່ໄດ້ກຳນົດໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນບ່າຍວັນທີ 1 ພຶດສະພາ 2020 ວ່າ ມາດຕະການທີ່ຍັງສືບຕໍ່ປະຕິບັດລວມມີ ຫ້າມບຸກຄົນເດີນທາງລະຫວ່າງແຂວງ ຫາ ແຂວງ ຍົກເວັ້ນ ກໍລະນີຈຳເປັນ ເປັນຕົ້ນ: ການໄປເຮັດວຽກທາງການ, ນັກຮຽນ, ນັກທຸລະກິດ, ການເຈັບເປັນ, ການເສຍຊີວິດ, ການຂົນສົ່ງສິນຄ້າ, ການນຳສົ່ງຄົນເຈັບ ແມ່ນສາມາດເດີນທາງໄດ້ ແຕ່ຕ້ອງມີເອກະສານຢັ້ງຢືນ.

ປິດບັນດາກິດຈະການຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ, ຮ້ານກິນດື່ມ, ໂຮງຮູບເງົາ, ຮ້ານຄາຣາໂອເກະ, ຮ້ານບໍລິການ ນວດ-ສະປາທຸກປະເພດ, ກາຊິໂນ, ຕະຫຼາດກາງຄືນ, ສະຖານທີ່ອອກກຳລັງກາຍ-ຫຼີ້ນກິລາໃນຮົ່ມ, ກິລາກາງແຈ້ງ ເປັນທີມທີ່ມີການໃກ້ຊິດກັນ ເຊັ່ນ: ກິລາບານເຕະ, ບານບ້ວງ, ບານສົ່ງ, ມາລາທອນ, ຕີມວຍ, ຕີໄກ່, ເປຕັງ ແລະ ການແຂ່ງຂັນກິລາທຸກປະເພດ ທີ່ມີຜູ້ຊົມ ແລະ ນັກກິລາ ເຂົ້າຮ່ວມເກີນ 10 ຄົນ ແລະ ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້.

ຫ້າມຈັດກິດຈະກຳຊຸມນຸມ, ຊຸມແຊວ, ງານ ສ້າງສັນ ຫຼື ການເຕົ້າໂຮມຄົນເປັນຈຳນວນຫຼາຍກວ່າ 10 ຄົນ ແລະ ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ.

ປິດດ່ານປະເພນີ, ດ່ານທ້ອງຖີ່ນ ແລະ ດ່ານສາກົນ ສຳລັບການເຂົ້າອອກຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ຜູ້ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ ແລະ ລົດຂົນສົ່ງສິນຄ້າ ເຂົ້າ-ອອກ.

ໂຈະການອອກວີຊາທຸກປະເພດ ໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງພະຍາດ ໂຄວິດ-19, ຍົກເວັ້ນວີຊາສໍາລັບຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນເຂົ້າມາປະຕິບັດວຽກງານ ຢູ່ບັນດາໂຄງການທີ່ສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດການກວດຫາເຊື້ອໂຄວິດ-19 ແລະ ຈໍາກັດບໍລິເວນຕົວເອງ 14 ວັນ ຢູ່ຕາມສູນທີ່ທາງການກຳນົດຕາມທີ່ລະບຸໄວ້ໃນແຈ້ງການສະບັບເລກທີ 507/ຫສນຍ, ລົງວັນທີ 24 ເມສາ 2020. ມອບໃຫ້ຄະນະສະເພາະກິດອອກຄຳແນະນໍາໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ລະອຽດ ແລະ ຮັດກຸມ.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ 

Related Articles

Leave a Reply