ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອລ້າ 1.415 ລ້ານເຢນ ຫຼື ປະມານ 12,46 ລ້ານໂດລາສະຫະລັດ ເພື່ອປັບປຸງສະພາບແວດລ້ອມຢູ່ໂຮງຮຽນມັດທະຍົມ 4 ແຂວງພາກກາງ ແລະ ພາກໃຕ້ຄື: ແຂວງສະຫວັນນະເຂດ, ຄໍາມ່ວນ, ສາລະວັນ ແລະ ແຂວງຈໍາປາສັກ. ໂຮງຮຽນ ທີ່ນອນໃນບູລິມະສິດເປົ້າໝາຍ ຂອງໂຄງການໃນ 4 ແຂວງດັ່ງກ່າວນີ້ ລວມມີທັງໝົດ 37 ແຫ່ງ, ໃນ ນີ້ມີຫ້ອງຮຽນ 238 ຫ້ອງ, ຫ້ອງການຄູ 9 ຫ້ອງ, ຫ້ອງ ລວມ 4 ຫ້ອງ, ຫໍສະໝຸດ ແລະ ຫ້ອງເກັບເຄື່ອງ 28 ຫ້ອງ, ຫ້ອງນໍ້າ 144 ຫ້ອງ, ກະດານ ດໍາ 251 ແຜ່ນ, ເຟີນີເຈີ້, ຕິດຕັ້ງ ລະບົບໄຟຟ້າ ແລະ ອື່ນໆ.
ການປັບປຸງສະພາບແວດລ້ອມຢູ່ໂຮງຮຽນມັດທະຍົມ 37 ແຫ່ງ ຢູ່ໃນ 4 ແຂວງດັ່ງກ່າວໄດ້ເລີ່ມມາແຕ່ຕົ້ນປີ 2020 ແລະ ໄດ້ສໍາເລັດເມື່ອບໍ່ດົນມານີ້ ຊຶ່ງພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ໂຄງການດັ່ງກ່າວເມື່ອບໍ່ດົນມານີ້ ຢູ່ໂຮງຮຽນ ມສ ພີນ, ເມືອງອຸທຸມພອນ ໂດຍການເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກ ສາທິການ ແລະກິລາ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດ ຜູ້ມີອໍານາດ ເຕັມປະເທດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ໂຢຊິ ຮາຣຸ ໂຢເນຢາມະມີຫົວໜ້າໂຄງການໄຈກາປະຈໍາ ສປປ ລາວ.
ຂ່າວ: ວຽງຈັນທາຍ
ຂໍ້ມູນ-ພາບ: ສພຂ

