ຍົກລະດັບຄວາມອາດສາມາດສື່ມວນຊົນລາວໃນການໂຄສະນາວຽກງານອະນຸລັກສັດປ່າ

ຍົກລະດັບຄວາມອາດສາມາດສື່ມວນຊົນລາວໃນການໂຄສະນາວຽກງານອະນຸລັກສັດປ່າ

ສະມາຄົມນັກຂ່າວ ສປປ ລາວ ຮ່ວມກັບ ກົມກວດກາປ່າໄມ້ ກະຊວງກະສີກໍາ ແລະ ປ່າໄມ້, ອົງການອະນຸລັກສັດປ່າ ແລະ ອົງການ GIZ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາ ສື່ມວນຊົນລາວ ກ່ຽວກັບ ການປ້ອງກັນ ອາດຊະຍະກໍາທາງສັດປ່າ, ໂດຍແນ່ໃສ່ສ້າງໂອກາດໃຫ້ນັກມະນາກອນໄດ້ຮຽນຮູ້ ແລກປ່ຽນປະສົບການ ກໍ່ຄືການຍົກລະດັບຄວາມອາດສາມາດໃນການລາຍງານຂ່າວ ແລະ ໂຄສະນາວຽກງານອະນຸລັກສັດປ່າ ຢູ່ ສປປ ລາວ.

ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນ, ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 15 ຄົນ ເຊິ່ງມາຈາກສື່ຕ່າງໆ ຢູ່ສູນກາງ ແລະ ທ້ອງຖິນ ຈໍານວນໜຶ່ງ ໂດຍໄດ້ເຊື້ອເຊີນເອົາຊ່ຽວຊານ ຈາກກົມກວດກາປ່າໄມ້ ກະຊວງກະສີກໍາ ແລະ ປ່າໄມ້, ນັກອະນຸລັກສັດປ່າ ປະຈໍາພາກສະໜາມ ແລະ ວິຊາການສື່ມວນຊົນ ມາເປັນວິທະຍາກອນ.

ກອງປະຊຸມດັ່ງກ່າວ ແມ່ນເປັນໜຶ່ງໃນກິດຈະກໍາ ສະເຫຼີມສະຫຼອງວັນສື່ມວນຊົນ ແລະ ພິມຈໍາໜ່າຍ ຄົບຮອບ 70ປີ, ວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2020 ແລະ ວັນສໍາຄັນຕ່າງໆ ຂອງຊາດ.

ສໍາລັບ ພິທີເປີດກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 6 ສິງຫາ 2020 ທີ່ຫ້ອງປະຊຸມຂອງສໍານັກງານໜັງສືພິມ ພາສາຕ່າງປະເທດ ( ວຽງຈັນທາຍ), ໃຫ້ກຽດເປັນປະທານ ໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວ ສປປ ລາວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply