ດ່ານສາກົນບໍ່ເຕັນຮຽກຮ້ອງໃຫ້ຜູ້ປະກອບການຂົນສົ່ງ ແລະ ຜູ້ທີ່ມີຄວາມຈໍາເປັນເດີນທາງເຂົ້າ-ອອກ ເພີ່ມຄວາມເຂົ້າໃຈ ແລະ ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19.
ພັນໂທ ກອງແກ້ວ ສີງມີໄຊ, ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕັນ ແຂວງ ຫຼວງນໍ້ທາ ໄດ້ແຈ້ງໃຫ້ຮູ້ວ່າ: ປະຈຸບັນການເດີນທາງເຂົ້າອອກຜ່ານດ່ານນີ້ ແມ່ນໄດ້ຈໍາກັດຈຶ່ງເຮັດໃຫ້ການເຂົ້າອອກຫຼຸດລົງ, ອະນຸຍາດໃຫ້ເຂົ້າອອກພຽງແຕ່ລົດຂົນສົ່ງສິນຄ້າແລະ ບຸກຄົນທີ່ຈໍາເປັນ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ ເນື່ອງຈາກເຈົ້າໜ້າທີ່ໄດ້ເຂັ້ມງວດໃນການປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ19 ກໍ່ຄືຄໍາສັ່ງຂອງຄະນະສະເພາະກິດທີ່ວາງອອກ ຊຶ່ງການຂົນສົ່ງກໍໄດ້ມີການປ່ຽນຜູ້ຂັບລົດຢູ່ຊາຍແດນບໍ່ອະນຸຍາດໃຫ້ຂ້າມຊາຍແດນ ຊຶ່ງເປັນມາດຕະການປ້ອງກັນທີ່ດີ ແລະ ຍອມຮັບລະຫວ່າງປະເທດ, ແຕ່ການປະຕິບັດມາດຕະການດັ່ງກ່າວ ກໍຍັງມີຜູ້ປະກອບການຈໍານວນໜຶ່ງບໍ່ເຂົ້າໃຈເລິກເຊິ່ງຈຶ່ງເຮັດໃຫ້ເກີດມີບາງບັນຫາ ແຕ່ປະຈຸບັນ ສາມາດແກ້ໄຂ້ໄດ້ແລ້ວ.
ດ່ານສາກົນບໍ່ເຕັນເປັນດ່ານໜ້າຊາຍແດນລະຫວ່າງປະເທດ ແລະ ຍັງມີການເດີນທາງເຂົ້າອອກໃນກໍລະນີທີ່ຈໍາເປັນ, ສະນັ້ນຈຶ່ງເປັນຈຸດທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອໂຄວິດ-19. ເພື່ອຮັບມືກັບສະພາບການດັ່ງກ່າວ, ເຈົ້າໜ້າທີ່ທີມງານສາທາລະນະສຸກຈຶ່ງໄດ້ມີການເຂັ້ມງວດປະຈໍາການຕະຫຼອດ 24 ຊົ່ວໂມງ ໂດຍສະເພາະແມ່ນການແກ້ໄຂບັນຫາການລັກລອບເຂົ້າເມືອງທີ່ບໍ່ໄດ້ຜ່ານດ່ານ, ບໍ່ໄດ້ຜ່ານການກວດກັ່ນຕອງ ແລະ ຈຳກັດບໍລິເວນ ຊຶ່ງເຫັນວ່າມີຄວາມສ່ຽງສູງທີ່ຈະເກີດການລະບາດພະຍາດໂຄວິດ-19 ອີກຮອບໃໝ່.
ເຖິງວ່າການຮັບມືກັບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປລາວ ທີ່ໄດ້ປະກາດໄຊຊະນະແລ້ວກໍ່ຕາມ ແຕ່ທຸກຄົນຈໍາເປັນຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍສະເພາະຈຸດທີ່ມີຄວາມສ່ຽງສູງ ເພື່ອບໍ່ໃຫ້ເກີດມີການລະບາດອີກຮອບໃໝ່.
ຂ່າວ: ວຽງຈັນທາຍ

